Homeຂ່າວຕ່າງປະເທດຜິດເປົ້າ! ກຸ່ມ IS ຍຶດອາວຸດ - ຢາ ທີ່ສະຫະລັດໃຊ້ເຮືອບິນ ສົ່ງໃຫ້ຊາວເຄີດໃນຊີເຣຍ!

ຜິດເປົ້າ! ກຸ່ມ IS ຍຶດອາວຸດ – ຢາ ທີ່ສະຫະລັດໃຊ້ເຮືອບິນ ສົ່ງໃຫ້ຊາວເຄີດໃນຊີເຣຍ!

Published on

EyWwB5WU57MYnKOuFHKw4B3YW52vrScijSKXrFeLvFohL7zvzdnapC
ເຮືອບິນຂອງສະຫະລັດ ຖິ້ມອາວຸດ ແລະ ຢາ ສົ່ງໃຫ້ກອງກຳລັງຊາວເຄີດ ໃກ້ເມືອງໂຄບານີ ປະເທດຊີເຣຍ ເມື່ອວັນທີ 20 ຕຸລາ 2014.

 

ສະຫະລັດໃຊ້ເຮືອບິນຖິ້ມອາວຸດ ແລະ ຢາໃສ່ຈ້ອງ ສົ່ງໃຫ້ທະຫານຊາວເຄີດ ໃນປະເທດຊີເຣຍ ເພື່ອຕໍ່ສູ້ກັບກຸ່ມ IS ແຕ່

ຊ້ຳພັດຖືກກຸ່ມ IS ຍຶດໄດ້ກ່ວາ 27 ຫີບ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເມື່ອວັນທີ 22 ຕຸລາຜ່ານມານີ້ ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ໄດ້

ສັ່ງໃຫ້ກວດສອບຄວາມຈິງ ເມື່ອພາຍຫລັງກຸ່ມລັດອິດສະລາມ ຫລື IS ໄດ້ເຜີຍແຜ່ຄລິບວີດີໂອໃນອິນເຕີເນັດ ໂດຍໄດ້

ອ່າງວ່າ 1 ໃນຫີບຫໍ່ອາວຸດເຄື່ອງກະສຸນ ແລະ ຢາ ຈຳນວນ 27 ຫີບຫໍ່ ທີ່ສະຫະລັດຖິ້ມລົງຈາກເຮືອບິນ ໄປໃຫ້ກຸ່ມນັກຮົບ

ຊາວເຄີດ ທີ່ກຳລັງຕໍ່ສູ້ກັບກຸ່ມ IS ໃນປະເທດຊີເຣຍ ໄດ້ຕົກມາຢູ່ໃນກຳມືຂອງກຸ່ມ IS.

 

EyWwB5WU57MYnKOuFHKxJWlG5b97lCjpskFqAZVpiPi4dHC37IeD2a

NjpUs24nCQKx5e1DGjaMoj4lArQ70K0FzkN7jFMnoKV

NjpUs24nCQKx5e1DGjaMoj4lArQ70K3qeuTF0aQnqVp

 

ດ້ານເຈົ້າໜ້າທີ່ FBI ຂອງສະຫະລັດ ໄດ້ດຳເນີນການສົ່ງຕົວແທນໄວໜຸ່ມຍິງຊາວອາເມຣິກັນ 3 ຄົນ ອາຍຸ 15-17 ປີ ຈາກ

ສະໜາມບິນແຟັຣງເຟີດ ປະເທດເຢຍລະມັນ ກັບຄືນໄປຍັງເມືອງເດນເວີ ລັດໂຄໂລຣາໂດ ສະຫະລັດອາເມຣິກາ ໂດຍທັງ

3 ຄົນໄດ້ຫາຍຕົວໄປພ້ອມກັບເງິນຂອງຜູ້ປົກຄອງປະມານ 2,000 ໂດລາ ຕັ້ງແຕ່ວັນທີ 19 ຕຸລາ 2014 ທີ່ຜ່ານມາ ກ່ອນ

ທີ່ຈະຖືກກັກໂຕໄດ້ທີ່ສະໜາມບິນແຟັຣງເຟີດ ແລະ ທັງ 3 ຄົນໄດ້ລະບຸວ່າ ຕ້ອງການເດີນທາງໄປຊ່ວຍກຸ່ມ IS ສູ້ຮົບໃນ

ຕາເວັນອອກກາງ ໂດຍໃນຂະນະທີ່ຕຳຫລວດສະຫະລັດ ຍັງບໍ່ທັນໄດ້ຕັ້ງຂໍ້ຫາໃດໆໃຫ້ກັບພວກເຂົາ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...