Homeຂ່າວພາຍ​ໃນພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີ ທີ່ແຂວງສາລະວັນ

ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີ ທີ່ແຂວງສາລະວັນ

Published on

ອີງຕາມການຖະແຫຼງຂ່າຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ໂຄວິດ-19 ໃນວັນທີ 16 ເມສາ 2021 ໃຫ້ຮູ້ວ່າ: ສປປ ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ (ກໍລະນີທີ 54)  ເຊິ່ງມີລາຍລະອຽດດັ່ງນີ້:

ກໍລະນີທີ 54: ເພດຊາຍ, ອາຍຸ 32 ປີ, ສັນຊາດ ລາວ, ອາຊີບ ຂາຍຜັກຢູ່ເຂດລາດພ້າວ, ປະເທດໄທ, ຄອບຄົວຜູ້ກ່ຽວ ມີທັງໝົດ 8​ ຄົນ. ສະພາບໂດຍລວມ ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ

ວັນທີ 11 ເມສາ 2021: ຜູ້ກ່ຽວເດີນທາງ ມາ ສປປ ລາວ ໂດຍຂື້ນລົດທົວ ຈາກລາດພ້າວ, ປະເທດໄທ ເວລາ 23:00​ ໂມງ ແລະ ລັກລອບຂ້າມມາ ທາງດ່ານປະເພນີປາກສະພານ, ເມືອງລະຄອນເພັງ, ແຂວງສາລະວັນ ໂດຍເຮືອຫາງຍາວ ພ້ອມດ້ວຍໝູ່ 1 ຄົນ ເຊິ່ງເປັນເພດຍິງ ໄວກາງຄົນ, ພ້ອມດຽວກັນ ກໍ່ມີຄົນມາຮັບເອົາພວກກ່ຽວຢູ່ດ່ານ ດ້ວຍລົດຮູນໃດ ບໍ່ຮູ້ທະບຽນລົດ ແລະ ມານອນພັກຢູ່ເຮືອນເຈົ້າຂອງລົດ.

– ວັນທີ 12 ເມສາ 2021

  • ເວລາ 3:00 ໂມງເຊົ້າ ເຈົ້າຂອງລົດຮູນໃດ ໄດ້ຂັບລົດມາສົ່ງພວກກ່ຽວ ຢູ່ເມືອງຄົງເຊໂດນ.
  • ເວລາ 4:00 ໂມງເຊົ້າ ເມຍຂອງກໍລະນີທີ 54 ໄດ້ຮັບເອົາຜູ້ກ່ຽວ ກັບບ້ານນາເຕີຍ, ເມືອງຄົງເຊໂດນ, ແຂວງສາລະວັນ.
  • ເວລາ 4:20 ໂມງເຊົ້າ ຜູ້ຮ່ວມເດີນທາງ ທີ່ເປັນເພດຍິງໄວກາງຄົນ ໄດ້ຂຶ້ນລົດໂດຍສານ ຈາກເມືອງຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ເຊິ່ງບໍ່ຮູ້ທະບຽນ ແລະ ປະເພດລົດໂດຍສານ.

-ວັນທີ 13 ເມສາ 2021: ນາຍບ້ານພົບວ່າຜູ້ກ່ຽວ (ກໍລະນີທີ 54) ລັກລອບເຂົ້າມາ ຈຶ່ງໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນໂຄກສະຫວາດ, ເມືອງຄົງເຊໂດນ

-ວັນທີ 14​ ເມສາ 2021: ໄດ້ເກັບຕົວຢ່າງສົ່ງກວດໂຮງໝໍແຂວງຈຳປາສັກ.

-ວັນທີ 15 ເມສາ 2021: ຜົນກວດພົບເຊື້ອ COVID-19 ແລະ ປະຈຸບັນ ເຂົ້ານອນແຍກປ່ຽວ, ຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍແຂວງສາລະ ວັນ.

ສຳລັບກຸ່ມສໍາຜັດໃກ້ຊິດ ໃນເບື້ອງຕົ້ນ ມີ 32 ຄົນ,​ ພວກເຮົາໄດ້ເກັບຕົວຢ່າງມາກວດວິເຄາະ, ປະຈຸບັນ ແມ່ນຍັງລໍຖ້າຜົນກວດ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ສືບຕໍ່ເຝົ້າລະວັງ, ຕິດຕາມອາການພວກກ່ຽວ ແລະ ຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ ຜູ້ເດີນທາງຮ່ວມນຳກໍລະນີ 54 ທີ່ເປັນເພດຍິງໄວກາງຄົນ ທີ່ໄດ້ຂີ່ເຮືອຫາງຍາວ ລັກລອບຂ້າມມາຈາກປະເທດໄທນຳກັນ ເຊິ່ງໃນວັນທີ 12 ເມສາ 2021 ຜູ້ກ່ຽວ ໄດ້ຂຶ້ນລົດໂດຍສານ ຈາກຄົງເຊໂດນ ມຸ່ງໜ້າສູ່ ຫຼັກ 35 ແຂວງສະຫວັນນະເຂດ ຮຽກຮ້ອງໃຫ້ຮີບຮ້ອນໄປພົບອຳນາດການປົກຄອງທ້ອງຖິ່ນ ຫຼື ເຈົ້າໜ້າທີ່ສາທາລະນະສຸກ ເພື່ອຈະໄດ້ເກັບຕົວຢ່າງກວດຫາເຊື້ອ, ປ້ອງກັນບໍ່ໃຫ້ໄປແຜ່ເຊື້ອສູ່ຄົນອ້ອມຂ້າງ ແລະ ຄົນໃນຄອບຄົວຂອງທ່ານ.

ສະເພາະ ລົດໂດຍສານ ທີ່ເດີນທາງຈາກເມືອງຄົງເຊໂດນ ຫາ ຫຼັກ 35 ແຂວງສະຫວັນນະເຂດ ໃນເວລາ 4:20 ໂມງນັ້ນ ສະເໜີໃຫ້ໄປຮີບຮ້ອນ ພົບເຈົ້າໜ້າທີ່ສາທາລະນະສຸກ ເພື່ອເກັບຕົວຢ່າງກວດຫາເຊື້ອ.

ສຳລັບ ເຈົ້າຂອງລົດຮູນໃດ ທີ່ໄດ້ຮັບພວກກ່ຽວ 2​ ຄົນໃນມື້ດ່ັງກ່າວ ແລະ ໃຫ້ໄປພັກຢູ່ເຮືອນຂອງຕົນ ສະເໜີໃຫ້ໄປຮີບຮ້ອນພົບເຈົ້າໜ້າທີ່ສາທາລະນະສຸກ ຫຼື ອຳນາດການປົກຄອງທ້ອງຖິ່ນ ເພື່ອເກັບຕົວຢ່າງຊອກຫາເຊື້ອ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...