spot_img
Homeຂ່າວຕ່າງປະເທດໂຮງງານຜະລິດດອກໄມ້ໄຟລະເບິດໃນອິນເດຍຕາຍ 17 ຄົນ

ໂຮງງານຜະລິດດອກໄມ້ໄຟລະເບິດໃນອິນເດຍຕາຍ 17 ຄົນ

Published on

861708

ເກິດເຫດໄຟໄໝ້ຢ່າງຮຸນແຮງທີ່ໂຮງງານຜະລິດດອກໄມ້ໄຟ “ມານີກັນຕາ” ໃນທາງຕອນໃຕ້ຂອງປະເທດອິນເດຍ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງຕ່ຳ 17 ຄົນ ໂດຍເຫດລະເບິດເມື່ອຕອນບ່າຍວັນຈັນທີ່ຜ່ານມາ ເຮັດໃຫ້ເກິດໄຟໄໝ້ ໂຮງງານໃດ້ຮັບຄວາມເສຍຫາຍທັ້ງນີ້ ມັກເກິດອຸບັດເຫດລະເບິດທີ່ໂຮງງານດອກໄມ້ໄຟ ເຊິ່ງຜະລິດດອກໄມ້ໄຟໃນງານແຕ່ງ,ເທດສະການທາງສາດສະໜາແລະພິທີອື່ນໆ ຢູ່ເປັນປະຈຳໃນອິນເດຍ ແລະເຫດການຄັ້ງນີ້ເກິດຂື້ນກ່ອນງານ “ທີວາລີ” ເຊິ່ງເປັນງານບຸນຫລິ້ນໄຟຂອງຊາວອິນດູ ສ່ວນສາເຫດຂອງໄຟໄໝ້ຄັ້ງນີ້ຍັງບໍ່ຊາບສາເຫດ.

ທັ້ງນີ້ອິນເດຍມີໂຮງງານຜະລິດດອກໄມ້ໄຟຜິດກົດໝາຍກະຈ່າຍຢູ່ໃນຫຼາຍພື້ນທີ່ທົ່ວປະເທດ ແລະການບໍ່ມີກົດໝາຍເບິ່ງແຍ້ງດ້ານຄວາມປອດໄພຢ່າງພຽງພໍ ສຳລັບໂຮງງານເຫຼົ່ານີ້ມັກກໍ່ໃຫ້ເກິດອຸບັດເຫດຮ້າຍແຮງເປັນປະຈຳ ເມື່ອຕົ້ນເດືອນນີ້ມີຄົນເສຍຊີວິດ 15 ຄົນ ແລະບາດເຈັບສາຫັດ 7 ຄົນ ຫຼັງຈາກເກິດເຫດລະເບິດທີ່ໂຮງງານຜະລິດດອກໄມ້ໄຟຜິດກົດໝາຍ ໃນ West Bengal ທາງຕາເວັນອອກແລະAndhra ທາງຕອນໃຕ້ຂອງປະເທດ

ອຸບັດເຫດໃນລັກຊະນະດຽວກັນນີ້ເຄີຍເກິດຂື້ນໃນປີ 2012 ທາງຕອນໃຕ້ຂອງປະເທດມີຜູ້ເສຍຊີວິດ 40 ຄົນ ແລະບາດເຈັບສາຫັດຫຼາຍກວ່າ 70 ຄົນ.

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...