Homeຂ່າວພາຍ​ໃນງານເປີດໂຕ OPPO A94 ຂອງບໍລິສັດ ອ໋ອບໂປ້ ລາວ

ງານເປີດໂຕ OPPO A94 ຂອງບໍລິສັດ ອ໋ອບໂປ້ ລາວ

Published on

ຜ່ານໄປແລ້ວເປັນທີ່ຮຽບຮ້ອຍ! ງານເປີດໂຕ OPPO A94 ທີ່ ສູນການຄ້າພາກຊັນ ພ້ອມທັງເປີດໃຫ້ຈອງເປັນເຈົ້າຂອງຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ບໍລິສັດ ອ໋ອບໂປ້ລາວ ໄດ້ມີງານເປີດໂຕສະມາດໂຟນລຸ້ນໃໝ່ຫຼ້າສຸດ OPPO A94 ເຊິ່ງໄດ້ຈັດຂື້ນໃນວັນທີ 04 ເມສາ 2021 ທີ່ຜ່ານມາ ທີ່ ສູນການຄ້າພາກຊັນ (Pakson Mall) ຊັ້ນ 1.

ພາຍໃນງານມີແຂກພິເສດ ແລະ ບັນດານັກຂ່າວຫຼາຍທ່ານໄດ້ເຂົ້າຮ່ວມ ແລະ ຍັງມີກິດຈະກຳລຸ້ນຮັບຂອງລາງວັນຈາກທາງອ໋ອບໂປ້ລາວ ອີກດ້ວຍ. ແຂກທຸກທ່ານສາມາດຮ່ວມຫຼີ້ນກິດຈະກຳ ລວມໄປເຖິງຜູ້ຊົມທີ່ຢູ່ທາງບ້ານກໍ່ສາມາດເຂົ້າຮ່ວມຫຼີ້ນກິດຈະກຳນຳກັນໄດ້ ໂດຍຜ່ານ Live ສົດທາງໂທລະສັບ ເຊິ່ງຖືວ່າເປັນຄັ້ງທຳອິດຂອງການເປີດໂຕແບບນີ້. ນອນຈາກນີ້, ພາຍໃນງານຍັງໄດ້ວາງສະແດງສິນຄ້າໂຕຈິງຂອງ OPPO A94 ເພື່ອເປີດໂອກາດໃຫ້ແຂກມາຮ່ວມງານໄດ້ສຳພັດກັບຄວາມທັນສະໄໝ ແລະ ໂດດເດັ່ນ ຂອງເຄື່ອງຕົວຈິງນຳອີກ.

ທ່ານ ອານຸສອນ ວົງຈັນ Product Manager ໄດ້ຂື້ນເທິງເວທີເພື່ອນຳສະເໜີເຖິງຄຸນສົມບັດ ແລະ ຄວາມພິເສດຂອງຕົວເຄື່ອງ OPPO A94 ເຊິ່ງຄັ້ງນີ້ OPPO A94 ມາພ້ອມ: ໜ້າຈໍ 6.43 ນິ້ວ Punch-Hole AMOLED, ຂະຫນາດ/ນໍ້າໜັກ 7.8 mm, 172, ໜ່ວຍປະມວນຜົນ MTK P95 (ເພີ່ມປະສິທິພາບ AI ຂື້ນ 200%), ກ້ອງໜ້າ ເຊວຟີສວຍງາມ 32MP, ກ້ອງຫລັງ 48MP+8MP+2MP+2MP, ແບັດເຕີລີ ຂະໜາດໃຫຍ່ 4310mAh, 30W VOOC Flash Charge 4.0 (ຮອງຮັບການສາກໄວ), ຄວາມຈຳ Ram8+128G.

ບວກກັບຈຸດເດັ່ນຫຼັກໆຂອງລຸ້ນ OPPO A94 ເຄື່ອງນີ້ແມ່ນ: ການຖ່າຍພາບ ແລະ ວີດີໂອທີ່ມາພ້ອມກັບຟັງຊັ້ນທີ່ໂດດເດັ່ນ Al Color Portrait Video ທີ່ສາມາດຈຳແນກສີໃນພາບຖ່າຍໄດ້ ເຮັດໃຫ້ການຖ່າຍພາບຄົນມີຄວາມໂດດເດັ່ນຫຼາຍຍິ່ງຂື້ນ ໄດແກ່ Dual-View Video ການຖ່າຍພາບຄູ່ ໜ້າຫຼັງໃນເຟມດຽວ, Dynamic Bokeh ການຖ່າຍພາບທີ່ເຮັດໃຫ້ພື້ນຫຼັງມີສີສັນ ແລະ ຄົນໃນພາບກໍ່ໂດດເດັ່ນຂື້ນເຕີມ, Night Flare Portrait ເພີ່ມເອັຟເຟັກ SLR ການຖ່າຍພາບກາງຄືນທີ່ເຮັດໃຫ້ພື້ນຫຼັງເບີ (Bokeh) ແລະ ຄົນໃນພາບກໍ່ຊັດຂື້ນ, AI Scene Enhancement 2.0 ມາພ້ອມໂໝດສີສັນ + ການຈື່ຈໍາຈາກ AI, Night plus 3 ໂໝດຖ່າຍພາບໃນຕອນກາງຄືນທີ່ແຕກຕ່າງກັນ.

ຍັງບໍ່ໝົດພຽງເທົ່ານັ້ນ, ພາຍໃນງານຍັງມີສິລະປິນທີ່ມາສ້າງຄວາມມ່ວນຊື່ນໃຫ້ກັບແຂກຮ່ວມງານ ບໍ່ວ່າຈະເປັນ ລູກເຂີຍໃສ່ມອງ, ຕ່າຍ ອາກາດ, ແຈັກກີ້ ເດີວອຍສ໌ ແລະ ເມົາມັນ ພ້ອມກັບການມາແຈກຄວາມສົດໃສ ຈາກມາຍມີ້ນ ແລະ ເບບີ້. ພິເສດສຸດໆງານຄັ້ງນີ້, ຍັງໄດ້ເຊີນວິທະຍາກອນຜູ້ມີຄວາມຮູ້ດ້ານການເຮັດວີດີໂອ ແລະ ການຖ່າຍພາບ ເພື່ອໃຫ້ຄວາມຮູ້ກ່ຽວກັບການໃຊ້ໂທລະສັບໃນການສ້າງສັນຜົນງານ.

ຫຼັງຈາກນັ້ນ, ຖືເປັນກຽດມາຍັງທ່ານ ບ໋ອບວູ້ CEO ຂອງ ອ໋ອບໂປ້ລາວ ໄດ້ກົດພິທີ ເປີດລາຄາຂາຍຂອງ OPPO A94 ໃນປະເທດລາວ. ເຊິ່ງລາຄາຂາຍເປີດໂຕຄື 2,999.000 ເທົ່ານັ້ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...