Homeຂ່າວພາຍ​ໃນເກີດລົມພາຍຸທີ່ ເມືອງພຽງ ແຂວງ ໄຊຍະບູລີ ສ້າງຄວາມເສຍຫາຍໃຫ້ກັບປະຊາຊົນເກືອບ 20 ຕື້ກີບ

ເກີດລົມພາຍຸທີ່ ເມືອງພຽງ ແຂວງ ໄຊຍະບູລີ ສ້າງຄວາມເສຍຫາຍໃຫ້ກັບປະຊາຊົນເກືອບ 20 ຕື້ກີບ

Published on

ຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງ ພຽງ ແຂວງ ໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ໄດ້ເກີດມີລົມພາຍຸ ໃນວັນທີ 28 ມີນາ 2021 ທີ່ຜ່ານມາ, ເວລາ 18 ໂມງ 30 ນາທີ ເຮັດໃຫ້ເຮືອນປະຊາຊົນຈໍານວນ 3 ບ້ານໃນເມືອງພຽງໄດ້ຮັບຄວາມເສບຫາຍລວມມູນຄ່າເກືອບ 20 ຕື້ກີບ.

ໃນວັນທີ 31 ມີນາ 2021 ທີ່ຜ່ານມາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈາກແຂວງ ແລະ ເມືອງພຽງ ໄດ້ລົງກວດກາເບິ່ງຜົນເສຍຫາຍຕົວຈິງຢູ່ເຂດທີ່ຖືກຜົນກະທົບດັ່ງກ່າວ, ພ້ອມທັງໃຫ້ພາກສ່ວນທີ່ກ່ຽວຂ້ອງກວດກາ ແລະ ເກັບກໍາຂໍ້ມູນຜົນເສຍຫາຍຂອງປະຊາຊົນ ແລະ ບໍລິສັດທີ່ປູກກ້ວຍຄືນໃຫ້ລະອຽດ ເພື່ອໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນໃຫ້ແກ່ຄອບຄົວທີ່ຖືກກະທົບໜັກຢ່າງຮີບດ່ວນ.

ສຳລັບ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍປະກອບມີຢູ່ 3 ບ້ານຄື: ບ້ານ ນາແລ ໄດ້ຮັບຜົນກະທົບ 5 ຄອບຄົວ ມູນຄ່າເສຍຫາຍ 11 ລ້ານກີບ, ບ້ານ ວັງຄໍາ ໄດ້ຮັບຜົນກະທົບ 2 ຄອບຄົວ ມູນຄ່າຜົນເສຍຫາຍ 1 ລ້ານກວ່າກີບ, ບ້ານໜອງບົວທອງ ໄດ້ຮັບຜົນກະທົບ 1 ຄອບຄົວ ມູນຄ່າເສຍຫາຍ 2 ແສນກວ່າກີບ, ໂຮງຮຽນປະຖົມໂພນຊຽງ ມູນຄ່າເສຍຫາຍ 2 ລ້ານກວ່າກີບ, ໂຮງຮຽນປະຖົມນາແລ ມູນຄ່າເສຍຫາຍ 1 ລ້ານກວ່າກີບ, ຫ້ອງການບ້ານ ນາແລ ມູນຄ່າ 3 ລ້ານກີບ, ສວນກ້ວຍຂອງບໍລິສັດ ບົວບານ ໄດ້ຮັບຜົນກະທົບເນື້ອທີ່ 63 ເຮັກຕາ ແລະ ຈໍານວນຕົ້ນກ້ວຍ 142,000 ຕົ້ນ, ລວມມູນຄ່າເສຍຫາຍ 16 ຕື້ກີບ, ບໍລິສັດ ຕາຄິງ ໄດ້ຮັບຜົນກະທົບເນື້ອທີ່ 10 ເຮັກຕາ, ມີຈໍານວນຕົ້ນກ້ວຍ 31,000 ຕົ້ນ, ມູນຄ່າເສຍຫາຍ 3 ຕື້ກວ່າກີບ ແລະ ຊັບສິນຂອງລັດອີກ 3 ແຫ່ງ ເຊິ່ງລວມມູນຄ່າເກືອບ 20 ຕື້ກີບ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...