Homeຂ່າວພາຍ​ໃນຢ່າງເປັນທາງການ, ທ່ານ ອາດສະພັງທອງ ສີພັນດອນ ຖືກຮັບຮອງເປັນເຈົ້າຄອງນະຄອນຫຼວງວຽງຈັນ

ຢ່າງເປັນທາງການ, ທ່ານ ອາດສະພັງທອງ ສີພັນດອນ ຖືກຮັບຮອງເປັນເຈົ້າຄອງນະຄອນຫຼວງວຽງຈັນ

Published on

ອີງຕາມ ສຳນັກຂ່າວເສດຖະກິດການຄ້າ ໃຫ້ຮູ້ວ່າ: ໃນວັນທີ 1-3 ເມສາ 2021 ທີ່ສະພາແຫ່ງຊາດ (ຫຼັກ6) ໄດ້ໄຂກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສສນວ, ເຊີ່ງມີ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງ ນວ ພ້ອມດ້ວຍບັນດາການນຳພັກ-ລັດ ສະມາຊິກສະພາແຫ່ງຊາດເຂດ 1 ນວ ສະມາຊິກສະພາປະຊາຊົນ ນວ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາການເລືອກຕັ້ງ ທ່ານ ອານຸພາບ ຕຸນາລົມ ເປັນປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ນາງ ລໍາພອຍ ສີອັກຄະຈັນ ທ່ານ ບຸນທາມ ພຸດທະວົງສາ ເປັນຮອງປະທານສະພາປະຊາຊົນ ນວ ຊຸດທີ II, ຮັບຮອງເອົາການເລືອກຕັ້ງ ທ່ານ ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງ ນວ, ຮັບຮອງເອົາການເລືອກຕັ້ງ ທ່ານ ຈັນທີ ໂປລິວັນ ເປັນຫົວໜ້າ ອົງການໄອຍະການ, ທ່ານ ສົມສັກ ໄຕບຸນລັກ ປະທານສານປະຊາຊົນ ພາກກາງ ແລະ ທ່ານ ຄໍາສຸກ ແສງມີໄຊ ເປັນຫົວໜ້າອົງການໄອການປະຊາຊົນ ແລະ ທ່ານ ແສງສຸວັນ ຈັນທະລຸນນະວົງ ປະທານສານປະຊາຊົນ ນວ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາຫົວໜ້າພະແນກການ ອົງການທຽບເທົ່າລັດ ພະແນກການຂັ້ນ ນວ.

ສຳລັບການລົງຄະແນນສຽງເລືອກເອົາ ທ່ານ ປອ. ອາດສະພັງທອງ ສີພັນດອນ ເປັນເຈົ້າຄອງນະຄອນຫຼວງວຽງຈັນຜູ້ໃໝ່ ດ້ວຍສະມາຊິກມີໜ້າທັງໝົດ 39 ທ່ານ,​ ລົງຄະແນນສຽງ ເຫັນດີ 37 ທ່ານ ເຊິ່ງກວມເອົາ 94,87%, ບໍ່ເຫັນດີ 2 ທ່ານ ແລະ ບໍ່ອອກສຽງ 0 ທ່ານ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...