Homeຂ່າວຕ່າງປະເທດພາລະກິດການກູ້ເຮືອ Ever Given ເຮືອບັນທຸກສິນຄ້າຂະໜາດໃຫຍ່ ສຳເລັດແລ້ວ!

ພາລະກິດການກູ້ເຮືອ Ever Given ເຮືອບັນທຸກສິນຄ້າຂະໜາດໃຫຍ່ ສຳເລັດແລ້ວ!

Published on

ທີມງານກູ້ເຮືອ Ever Given ເຊິ່ງເປັນເຮືອບັນທຸກສິຄ້າຂະໜາດໃຫຍ່ ທີ່ກີດຂວາງຄອງສຸເອຊໃນເອຢິບ ຕ່າງພາກັນດີໃຈ ທີ່ສາມາດປະຕິບັດພາລະກິດສຳເລັດ ຫຼັງຈາກຕິດຄ້າງໃນຄອງເກືອບ 7 ມື້ ແລະ ໄດ້ເປີດເຜີຍວ່າ: ໄດ້ອາໄສຊ່ວງມື້ພະຈັນເຕັມດວງ (Supper Moon) ເຊິ່ງມີກະແສນໍ້າຂື້ນ ບວກກັບການຂຸດຊາຍອອກ.

ໃນວັນທີ 29 ມີນາ 2021, ເວັບໄຊ້ Daily Mail ໄດ້ລາຍງານວ່າ: ທີມງານຊ່ຽວຊານ ຂອງອົງການຄຸ້ມຄອງ ຄອງສຸເອຊ ໃນເອຢິບ.  ສາມາດກູ້ເຮືອຂົນສົ່ງສິນຄ້າຂະໜາດໃຫຍ່ສຳເລັດ ໃນຕອນເຊົ້າຂອງມື້ນີ້ ຫຼັງເຮືອດັ້ງກ່ວາໄດ້ຂີດຂວາງການສັນຈອນເຮືອ ແລະ ປິດເສັ້ນທາງລັດໃນການເດີນເຮືອທີ່ສຳຄັນ ໃນການເຊື່ອມລະຫວ່າງອາຊີ ກັບ ເອີຣົບ ເຮັດໃຫ້ເຮືອບັນທຸກສິນຄ້າລຳອື່ນຢຸດສະງັກຫຼາຍກວ່າ 300 ລຳ.

ອີງຕາມບົດລາຍງານດັ່ງກ່າວອີກວ່າ: ການກູ້ເອົາເຮືອ Ever Given, ເຊິ່ງມີຄວາມຍາວ 400 ແມັດ ແລະ ມີຄວາມສູງເທົ່າກັບອາຄານ Empire State Building. ທີມຊ່ຽວຊານໄດ້ໃຊ້ປະໂຫຍດຈາກໂອກາດສຳຄັນໃນໄລຍະທີ່ນຳຂື້ນສູງ ເພາະວ່າຄືນວັນອາທິດທີ່ຜ່ານມານີ້ແມ່ນມື້ພະຈັນເຕັມດວງ ປະກອບກັບການຂຸດດິນຊາຍອອກຈາກບໍລິເວນທີ່ເຮືອໄດ້ຕິດຢູ່. ດັ່ງນັ້ນ, ຈຶ່ງສາມາດປ່ອຍເຮືອ Ever Given ອອກໄດ້ຢ່າງສຳເລັດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...