spot_img
Homeຂ່າວທ້ອງຖິ່ນ5 ປີຜ່ານມາອົງການກວດກາແຫ່ງລັດ ພົບເຫັນການເສຍຫາຍ 5.689 ຕື້ກວ່າກີບ

5 ປີຜ່ານມາອົງການກວດກາແຫ່ງລັດ ພົບເຫັນການເສຍຫາຍ 5.689 ຕື້ກວ່າກີບ

Published on

ອີງຕາມການລາຍງານຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ ແລະ ທິດທາງແຜນການເຄື່ອນໄຫວວຽກງານ 5 ປີ ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 25 ມີນາ 2021 ວ່າ: ການເຄື່ອນໄຫວວຽກງານກວດກາແຫ່ງລັດ 5 ປີ ( 2016 – 2020 ) ຜ່ານມາ ແມ່ນໄດ້ດໍາເນີນການຕິດຕາມກວດກາປົກກະກວດກາການປະຕິບັດພາລະບົດບາດ, ສິດໜ້າທີ່, ການປະຕິບັດກົດໝາຍ, ຂໍ້ກຳນົດ, ຄຳສັ່ງ, ການປະຕິບັດແຜນງົບປະມານ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງນຳໃຊ້ຊັບສິນຂອງລັດ ເຊັ່ນ: ທີ່ດິນ, ການຂຸດຄົ້ນ ແລະ ທຸລະກິດໄມ້, ການສຳຫຼວດຂຸດຄົ້ນແຮ່ທາດ ແລະ ອື່ນໆ ລວມທັງໝົດທີ່ໄດ້ກວດກາໃນ 5 ປີຜ່ານມາ ມີ 4.129 ເປົ້າໝາຍ.

ໃນນີ້, ຕິດຕາມກວດກາປົກກະຕິ 1.435 ເປົ້າໝາຍ, ກວດກາຕາມຄຳສັ່ງ 1.014 ເປົ້າໝາຍ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ 535 ເປົ້າໝາຍ ແລະ ກວດກາຕາມຜົນການກວດສອບ 1.145 ເປົ້າໝາຍ. ນອກນັ້ນ, ຍັງໄດ້ເກັບກໍາ ແລະ ກວດກາໄລ່ລຽງມູນຄ່າການລົງທຶນຂອງລັດ ຕາມແຈ້ງການຂອງລັດຖະບານໃນທົ່ວປະເທດ ຈໍານວນ 4.601 ໂຄງການ, ໃນນີ້ກວດກາສໍາເລັດແລ້ວ 692 ໂຄງການ ມີມູນຄ່າ 44.612 ຕື້ກີບ, ຜ່ານການຕິດຕາມກວດກາພົບເຫັນການເສຍຫາຍທັງໝົດ 5.689 ຕື້ກວ່າກີບ, 31,7 ລ້ານກວ່າໂດລາສະຫະລັດ, 36,8 ລ້ານກວ່າບາດ, ລົດໃຫຍ່ໄດ້ 5 ຄັນ ເຊິ່ງສາມາດເກັບກູ້ເງິນຄືນມາໃຫ້ລັດໄດ້ທັງໝົດ 1.064 ຕື້ກວ່າກີບ, 2,9 ລ້ານກວ່າໂດລາ, 11,1 ລ້ານກວ່າບາດ ແລະ ລົດໃຫຍ່ 4 ຄັນ.

ພ້ອມນັ້ນ, ຍັງໄດ້ກວດກາການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ພົບເຫັນການລະເມີດກົດໝາຍ ເປັນຕົ້ນ:ມີການລັກລອບຕັດໄມ້, ລັກສົ່ງໄມ້ເຂົ້າໂຮງງານ ແລະ ສົ່ງຜະລິດຕະພັນໄມ້ໄປຕ່າງປະເທດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງພົວພັນນຳພະນັກງານລັດ, ຜູ້ປະກອບການ ແລະ ປະຊາຊົນທັງໝົດ 1.119 ຄົນ; ໃນນີ້ມີພະນັກງານລັດ 127 ຄົນ, ຜູ້ປະກອບການ 246 ຄົນ, ປະຊາຊົນ 746 ຄົນ; ຢຶດໄມ້ໄດ້ 11.351 ກວ່າແມັດກ້ອນ ແລະ 33,17 ໂຕນ ປັບໃໝ 22,29 ຕື້ກີບ; ພົບເຫັນໄມ້ ຈໍານວນ 121.120 ແມັດກ້ອນ, ເງິນຄ້າງພັນທະ ແລະ ຄ່າຊື້ໄມ້ນໍາລັດ ມູນຄ່າ 66,57 ຕື້ກີບ ແລະ 4,87 ລ້ານໂດລາ.

ພ້ອມທັງໄດ້ກວດກາ ແລະ ດຳເນີນການສືບສວນ – ສອບສວນຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ ທັງໝົດ 762 ຄົນ ( ພະນັກງານລັດ 310 ຄົນ, ພະນັກງານລັດວິສາຫະກິດ 338 ຄົນ, ພະນັກງານບໍລິສັດ 103 ຄົນ, ປະຊາຊົນ 11 ຄົນ ); ຖືກດໍາເນີນຄະດີ 140 ຄົນ ( ພະນັກງານລັດ 58 ຄົນ, ພະນັກງານລັດວິສາຫະກິດ 42 ຄົນ, ບໍລິສັດເອກະຊົນ 34 ຄົນ, ປະຊາຊົນ 6 ຄົນ ).

ໄດ້ສະຫຼຸບຄະດີສົ່ງໃຫ້ໄອຍະການ 107 ຄົນ ( ພະນັກງານລັດ 49 ຄົນ, ພະນັກງານລັດວິສາຫະກິດ 26 ຄົນ, ພະນັກງານບໍລິສັດ 27 ຄົນ, ປະຊາຊົນ 5 ຄົນ ); ສານຕັດສິນແລ້ວ 79 ຄົນ ( ພະນັກງານລັດ 40 ຄົນ, ພະນັກງານລັດວິສາຫະກິດ 16 ຄົນ, ບໍລິສັດເອກະຊົນ 22 ຄົນ, ປະຊາຊົນ 1 ຄົນ ); ແກ້ໄຂທາງບໍລິຫານທັງໝົດ 614 ຄົນ ( ພະນັກງານລັດ 254 ຄົນ, ພະນັກງານລັດວິສາຫະກິດ 288 ຄົນ, ບໍລິສັດເອກະຊົນ 72 ຄົນ ); ພົບເຫັນການເສຍຫາຍ ທັງໝົດ 378,7 ຕື້ ກວ່າກີບ, 362,5 ລ້ານກວ່າບາດ, 14,9 ລ້ານກວ່າໂດລາ, ເກັບກູ້ຄືນໄດ້ 370,9 ຕື້ກວ່າກີບ, 26 ລ້ານກວ່າບາດ, 11 ພັນກວ່າໂດລາ ເຫຼືອນັ້ນແມ່ນຍັງຄ້າງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...