Homeຂ່າວຕ່າງປະເທດທະຫານມຽນມາຮ່ວມມືກັບ 5 ປະເທດເພື່ອນບ້ານ

ທະຫານມຽນມາຮ່ວມມືກັບ 5 ປະເທດເພື່ອນບ້ານ

Published on

ທະຫານມຽນມາຮ່ວມມືກັບ 5 ປະເທດເພື່ອນບ້ານ ເປີດເຜີຍກອງທັບມຽນມາເຄົາລົບ ແລະ ໃຫ້ຄວາມສຳຄັນກັບປະເທດເຫຼົ່ານີ້.

ສຳນັກຂ່າວຣອຍເຕີລາຍງານວ່າ ຄະນະກຳມະການປົກຄອງທະຫານມຽນມາກຳລັງຮ່ວມມືກັບ 5 ປະເທດເພື່ອນບ້ານ ແລະ ໃຫ້ຄຸນຄ່າ ແລະ ເຄົາລົບຄຳເວົ້າຂອງປະເທດເຫຼົ່ານີ້ ລວມເຖິງປະເທດທີ່ເຄົາລົບສະຖຽນລະພາບຂອງມຽນມາ.

ນາຍພົນ ຊໍ ມິນ ຕຸນ ໂຄສົກທະຫານກ່າວວ່າ: ຈີນແມ່ນເພື່ອນມິດກັບມຽນມາ ແຕ່ທ່ານບໍ່ໄດ້ລະບຸປະເທດອື່ນຫຼືຂອບເຂດຂອງການຮ່ວມມື, ທ່ານກ່າວວ່າທ່ານ ມິນ ອອງ ຫຼ່າຍ ຜູ້ນຳລະບອບການທະຫານກ່າວວ່າທ່ານຕ້ອງການສືບຕໍ່ເປັນເພື່ອນມິດກັບປະຊາຄົມໂລກ.

ມຽນມາມີຊາຍແດນຕິດກັບ 5 ປະເທດຄື: ໄທ, ຈີນ, ລາວ, ບັງກະລາເທດ ແລະ ອິນເດຍ.

ກອງທັບມຽນມາກ່າວວ່າມັນເປັນສິ່ງທີ່ໜ້າເສົ້າໃຈທີ່ມີປະຊາຊົນຫຼາຍຄົນເສຍຊີວິດໃນການປາບປາມການປະທ້ວງຕໍ່ຕ້ານລັດຖະປະຫານຢ່າງໂຫດຮ້າຍ ແຕ່ພວກເຂົາປະຕິຍານວ່າຈະສືບຕໍ່ກົດດັນຕໍ່ການຕໍ່ຕ້ານທີ່ພວກເຂົາເອີ້ນວ່າ “ອະນາຄົດ”.

ໃນການຖະແຫຼງຂ່າວໃນເມືອງຫຼວງເນປິດໍ ໂຄສົກຂອງລັດຖະບານທະຫານ ນາຍພົນ ຊໍ ມິນ ຕຸນ ລະບຸວ່າມີຜູ້ເສຍຊີວິດ 164 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...