spot_img
Homeຂ່າວຕ່າງປະເທດຢ້ານພໍ່ແມ່ຮູ້ວ່າມີລູກ ໂຍນລູກໃສ່ເຕົາເຜົາ

ຢ້ານພໍ່ແມ່ຮູ້ວ່າມີລູກ ໂຍນລູກໃສ່ເຕົາເຜົາ

Published on

185361

ໄວ​ລຸ້ນຍິງ​ຊາວ​ ໂລ​ມາ​ເນຍ​ ຈັບ​ແອນ້ອຍຫາກໍ່ເກີດ​ໃສ່​ເຕົາ​ແລ້ວ​ເຜົາ ເພື່ອ​ປົກ​ປິດ​ບໍ່​ໃຫ້​ພໍ່​ ແລະ ​ແມ່​ຕົນເອງ​ຮູ້​ວ່າ​ຕົນເອງມີລູກ ສຳ​ນັກ​ຂ່າວ Mirror ລາຍ​ງານ​ວ່າ ຍິງ​ໄວ​ລຸ້ນ​ອາຍຸ 17 ປີ ເກີດ​ລູກ​ຕອນ​ເດິກ​ທີ່​ເຮືອນ ແລະ ​ຢ້ານ​ວ່າ​ພໍ່​ແມ່​ນາງ​ຈະ​ຮູ້​ວ່າ​ນາງ​ຖືພາ ຈຶ່ງ​ໄດ້ນຳ​ໝອນ​ອັດໜ້າ ​ລູກ​ທີ່ຫາກໍ່ເກີດ ຈົນ​ລູກ​ຂາດ​ອາ​ກາດ​ຫາຍ​ໃຈ​ຕາຍ ຈາກ​ນັ້ນ​ຈຶງ​ໂຍນ​ຮ່າງ​ລູກ​ໃສ່​ລົງ​ໄປ​ໃນ​ເຕົາ​ເຜົາ​ໄມ້ ​ແລະ ​ຈຸດ​ໄຟ
ທັງ​ນີ້ ຫລັງ​ຈາກ​ທີ່​ຍິງ​ໄວ​ລຸ້ນ​ຄົນນີ້​ຈັດການ​ທຸກ​ຢ່າງ​ສຳເລັດ​ແລ້ວ ນາງ​ໄດ້​ໂທລະ​ສັບ​ຫາ​ເພື່ອນ ​ແລະ ​ເລົ່າ​ໃຫ້​ຟັງໂດຍ​ຫລັງ​ຈາກ​ນັ້ນ​ບໍ່ດົນ​ນາງ​ກໍ​ຖືກ​ເຈົ້າ​ຫນ້າທີ່​ຕຳ​ລວດ​ເຂົ້າ​ຈັບ​ກຸມ ເພື່ອນ ຂອງ​ຍິງ​ໄວ​ລຸ້ນ ກ່າວ​ວ່າ ບໍ່​ມີ​ໃຜ​ຮູ້​ເລີຍ​ວ່າ​ນາງ​ນັ້ນຖືພາ ບໍ່​ມີ​ໃຜ​ເບິ່ງ​ອອກ ແລະ ​ນາງ​ເອງ​ກໍ​ບໍ່​ໄດ້​ບອກ​ເລື່ອງ​ນີ້​ກັບ​ໃຜ ພວກ​ເຮົາ​ຮັບ​ຮູ້​ຫລັງ​ຈາກ​ທີ່​ນາງ​ມາ​ໂຮງຮຽນ​ໃນ​ມື້​ຖັດ​ມາ ແລະ ​ນາງ​ກໍ​ເລົ່າ​ທຸກ​ຢ່າງ​ທີ່​ນາງ​ເຮັດໃຫ້​ພວກ​ເຮົາ​ຟັງ ໃນ​ຕອນ​ທຳອິດ​ພວກ​ເຮົາ​ຄິດວ່າ​ມັນ​ເປັນ​ເລື່ອງ​ຕະ​ຫລົກ​ເທົ່າ​ນັ້ນ ແຕ່​ພໍ​ໄລຍະໜື່ງ​ນາງ​ເລີ່ມ​ລົງ​ລາຍ​ລະອຽດ​ເຫດການ​ຫລາຍ​ຂຶ້ນ ເຮົາ​ກໍ​ຮັບ​ຮູ້​ໄດ້​ທັນ​ທີ​ວ່າ​ມັນ​ຄື​ເລື່ອງ​ແທ້ ຫລັງ​ຈາກ​ນັ້ນ​ເຮົາ​ຈຶ່ງ​ໄດ້​ໄປ​ບອກ​ອາຈານ ​ແລະ ​ອາຈານ​ກໍ​ໄດ້​ໂທ​ແຈ້ງ​ເຈົ້າ​ຫນ້າທີ່​ຕຳ​ລວດ
ດ້ານ ຍິງ​ໄວ​ລຸ້ນກ່າວ​ວ່າ ຫລັງ​ຈາກ​ທີ່​ນາງ​ໃຫ້​ກຳ​ເນີດ​ລູກ​ມາ ນາງ​ກໍ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຂ້າ​ລູກ ​ແລະ ​ຈຸດ​ໄຟ​ເຜົາ​ທັນ​ທີ ເພາະ​ນາງ​ຢ້ານ​ວ່າ​ພໍ່​ແມ່​ຈະ​ຮູ້​ວ່າ​ຖືພາ ​ແລະ ​ຈະ​ຮ້າຍ​ນາງຢ່າງໃດ​ກໍ​ຕາມ ຫລັງ​ຈາກ​ເຈົ້າ​ຫນ້າທີ່​ຕຳ​ລວດ​ພິສູດ​ຫລັກ​ຖານ ​ແລະ ​ສືບ​ພະຍານ​ຈົນຄົບ ກໍ​ໄດ້ແຈ້ງ​ຂໍ້​ຫາ​ຄາດຕະ​ກຳ​ ແລະ ​ສານ​ໄດ້​ຕັດ​ສິນ​ໃຫ້​ຍິງ​ໄວ​ລຸ້ນ​ຄົນ​ນີ້​ຈຳ​ຄຸກ​ຕະຫລອດ​ຊີ​ວິດ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...