Homeຂ່າວພາຍ​ໃນຮ່ວມໃຈກັນຮັກສາສິ່ງແວດລ້ອມ ແລະ ລະບົບນິເວດນຳກັນ

ຮ່ວມໃຈກັນຮັກສາສິ່ງແວດລ້ອມ ແລະ ລະບົບນິເວດນຳກັນ

Published on

ປັດຈຸບັນ, ສິ່ງແວດລ້ອມ ແລະ ລະບົບນິເວດນັບມື້ນັບນັບເຊື່ອມໂຊມ ຈາກການກະທຳຂອງມະນຸດໃນການເຮັດກິດຈະກຳປະຈຳວັນໂດຍບໍ່ຄຳນຶກເຖິງສິ່ງແວດລ້ອມເຊັ່ນ: ການຖີ້ມຂີ້ເຫຍື້ອຊະຊາຍລົງແມ່ນໍ້າລຳທານ, ຖະໜົນຫົນທາງ ແລະ ປ່າດົງ. ຍ້ອນພຶດຕິກຳແບບນີ້ ເຮັດໃຫ້ສະພາບແວດລ້ອມທີ່ເຄີຍອຸດົມສົມບູນ ແລະ ລະບົບນິເວດທີ່ສະອາດ ຖືກທຳລາຍໄປແບບບໍ່ຮູ້ໂຕ.

ດັ່ງທີ່ຫຼາຍຄົນອາດຈະພົບເຫັນ ການຖີ້ມຂີ້ເຫຍື້ອຊະຊາຍຕາມສະຖານທີ່ທ່ອງທ່ຽວທາງທຳມະຊາດຫຼາຍແຫ່ງ ທີ່ອາດມີນັກທ່ອງທ່ຽວຈຳນວນໜື່ງເບິ່ງຂ້າມໃນການຮັກສາຄວາມສະອາດຊ່ວຍກັນ ຫຼື ບາງຄັ້ງບັນດາຮ້ານອາຫານມີການຈັດການບໍລິການຖັງຂີ້ເຫຍື້ອບໍ່ພຽງພໍ ເຊິ່ງອາດຈະເປັນສາເຫດທີ່ເຮັດໃຫ້ມີຂີ້ເຫຍື້ອຕົກຄ້າງຢູ່ຕາມແຫຼ່ງທ່ອງທ່ຽວຕ່າງໆ.

ຫຼາຍຄົນອາດຮູ້ວ່າ ເມືອງວັງວຽງ ເປັນສະຖານທີ່ທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ດ້ວຍຈຸດພິເສດ ທີ່ມີສະຖານທີ່ທ່ອງທ່ຽວຫຼາກຫຼາຍ ແລະ ມີກິດຈະກຳສຳລັບບໍລິການນັກທ່ອງທ່ຽວ ເຊັ່ນ: ພາຍເຮືອຕາມນໍ້າຊອງ, ປີ້ນພູ, ລອຍນໍ້າ… ນອກຈາກນີ້ຍັງມີບ່ອນພັກ ແລະ ຮ້ານອາຫານ ໂດຍສະເພາະຕູບແຄມນໍ້າທີ່ຫຼາຍຄົນນິຍົມກັນມານັ່ງພັກຜ່ອນ ແລະ ກິນດື່ມທ້າຍອາທິດ. ນີ້ອາດຈະເປັນໜື່ງໃນສາເຫດທີ່ເຮັດໃຫ້ມີຂີ້ເຫຍື້ອເພີ່ມຂື້ນ ແລະ ອາດຈະເຮັດໃຫ້ສະພາບນ້ຳຊອງ ເມືອງວັງວຽງ ມີຂີ້ເຫຍື້ອລອຍຕາມໜ້ານໍ້າ ອາດເຮັດໃຫ້ສັດນໍ້າຕາຍ ແລະ ອາດຈະເກີດຜົນກະທົບຕໍ່ຜູ້ທີ່ໃຊ້ນໍ້າໃນຊີວິດປະຈຳວັນອີກດ້ວຍ.

ດັ່ງນັ້ນ, ເຮົາມາຮ່ວມໃຈກັນເປັນສ່ວນໜຶ່ງໃນການຮັກສາສິ່ງແວດລ້ອມ ແລະ ລະບົບນິເວດ ໂດຍການບໍ່ຖີ້ມຂີ້ເຫຍື້ອຊະຊາຍລົງແມ່ນໍ້າ ຕາມຫົນທາງ ແລະ ປ່າສະຫວງນຕ່າງໆ ເພື່ອຈະເຮັດໃຫ້ແຫຼ່ງທ່ອງທາງທ່ຽວທາງທຳມະຊາດຄົງຢູ່ກັບປະເທດເຮົາໄປຕະຫຼອດ.

ດັ່ງທີ່ຜູ້ໃຊ້ເຟສບຸກ Smiler Tour Guide ແລະ K’Tthong Tvms ທີ່ຮ່ວມໃຈກັນເກັບຂີ້ເຫຍື້ອຕາມບໍລິເວນນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ ທີ່ເປັນແບບຢ່າງໃນການຮັກສາສິ່ງແວດລ້ອມ ແລະ ລະບົບນິເວດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...