spot_img
Homeຂ່າວຕ່າງປະເທດອຸປະກອນກວດເຊື້ອອີໂບລາເຫັນຜົນໃນ15ນາທີ

ອຸປະກອນກວດເຊື້ອອີໂບລາເຫັນຜົນໃນ15ນາທີ

Published on

861411

ສຳນັກຂ່າວຕ່າງປະເທດລາຍງານຈາກປາຣີ ປະເທດຝຣັ່ງ ເມື່ອວັນທີ່ 22 ຕຸລາ ວ່າ ຄະນະກຳມາຖິການນິວເຄຼຍ (CEA) ຂອງຝຣັ່ງ ກ່າວວ່າ ທີມນັກວິໃຈຈາກບໍລິສັດ ເວດາແລບ (Vedalab) ໃດ້ຄິດຄົ້ນອຸປະກອນກວດຫາເຊື້ອອີໂບລາ Ebola EZYSCREEN ທີ່ສາມາດຮູ້ຜົນໃດ້ພາຍໃນເວລາພຽງ 15 ນາທີ ເປັນອຸປະກອນທີ່ສະດວກຕໍ່ການໃຊ້ ມີລັກຊະນະຄ້າຍເຄື່ອງກວດການຖືພາ.

ອຸປະກອນນີ້ ເຮັດງານໂດຍໃຊ້ຄຸນສົມບັດຂອງໂມໂນໂຄນແອນບໍດີ (monoclonal antibody) ໃນການກວດຫາການປາກົດຂອງເຊື້ອ ເຊິ່ງສາມາດກວດໃດ້ໂດຍໃຊ້ຕົວຢ່າງເລືອດ ຫຼືປັດສະວະ ພຽງນ້ອຍດຽວເທົ່ານັ້ນ ແລະສາມາດດຳເນີນການໃດ້ໂດຍບໍ່ຕ້ອງໃຊ້ອຸປະກອນເສີມ ແຕກຕ່າງກັບວິທີການກວດຫາເຊື້ອທີ່ໃຊ້ ໃນປັດຈຸບັນ ໃນການກວດຫາດີເອັນເອຂອງເຊື້ອໄວ້ຣັສ ເຊິ່ງເປັນໂຕບົ່ງຊີ້ທີ່ມີປະສິດທິພາບ ແຕ່ຈຳເປັນຕ້ອງໃຊ້ເຄື່ອງມືສະເພາະແລະໃຊ້ເວລາໃນການກວດປະມານ 2 ຊົ່ວໂມງເຄິ່ງ ແລະດຳເນີນການໃນຫ້ອງປະຕິບັດການເທົ່ານັ້ນ.

ທັ້ງນີ້ ແມ້ວ່າອຸປະກອນດັ່ງກ່າວຍັງບໍ່ຜ່ານການອະນຸມັດ ແຕ່ຄາດວ່າຈະແຈກຈ່າຍສູ່ປະເທດທີ່ມີການລະບາດ ພາຍໃນສິ້ນເດືອນ ຕຸລາ ນີ້.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...