spot_img
Homeຂ່າວທ້ອງຖິ່ນລັດກຳນົດ 11 ວຽກຈຸດສຸມປະຕິບັດໃນເດືອນມີນາ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຮັກສາສະຖຽນລະພາບດ້ານເງິນຕາ

ລັດກຳນົດ 11 ວຽກຈຸດສຸມປະຕິບັດໃນເດືອນມີນາ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຮັກສາສະຖຽນລະພາບດ້ານເງິນຕາ

Published on

ອີງຕາມການລາຍງານຈາກໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າວ່າ ກອງປະຊຸມລັດຖະບານ ຊຸດທີ VIII ທ້າຍສະໄໝ ທີ່ມີຂຶ້ນເມື່ອມໍ່ໆມານີ້ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກໍານົດ 11 ວຽກຈຸດສຸມ ປະຈໍາເດືອນມີນາ 2021 ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງສຸມໃສ່ຈັດຕັ້ງປະຕິບັດ ດັ່ງນີ້:

  1. ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີ ຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍຈໍາກັດ ແລະ ຕີຖອຍສິ່ງທີ່ບໍ່ດີເຫຼົ່ານັ້ນ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃຫ້ແກ່ປະຊາຊົນ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດ.
  2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະ – ວິໄຈເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມຕໍ່ປະເທດເຮົາ ສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອ, ການຮ່ວມມືໃຫ້ແກ່ການສ້າງສາພັດທະນາປະເທດເຮົາ. ພ້ອມກັນນີ້, ກໍໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນໄຫວຕ່າງປະເທດຂອງການນໍາພັກ – ລັດ ໃນປີ 2021 ໃຫ້ມີເນື້ອໃນ ແລະ ບັນຍາກາດທີ່ດີ.
  3. ທຸກຂະແໜງການ ແລະ ທ້ອງຖິ່ນ ໃຫ້ສືບຕໍ່ຕິດຕາມການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ທັນເວລາ ດ້ວຍມາດຕະການຕ່າງໆຢ່າງຄົບຊຸດ, ໂດຍສະເພາະແມ່ນເລັ່ງພັດທະນາ ແລະ ນໍາໃຊ້ເຄື່ອງມືທັນສະໄໝໃນການເກັບລາຍຮັບ ແລະ ຮີບຮ້ອນສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ສໍາເລັດໂດຍໄວ.
  4. ສືບຕໍ່ປຸກລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ປັບປຸງແກ້ໄຂບັນຫາສິ່ງກີດ ຂວາງຕ່າງໆ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ ພ້ອມທັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ປີ 2021 ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ນໍາໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີ.
  5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບດ້ານເງິນຕາໃຫ້ມີຄວາມໝັ້ນທ່ຽງ, ເໜັງຕີງໃນລະດັບທີ່ກໍານົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ, ກວດກາສິນເຊື່ອຂອງບັນດາສະຖາບັນການເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດໃຫ້ຂະຫຍາຍຕົວ.
  6. ສືບຕໍ່ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ເພື່ອບໍ່ ໃຫ້ຜູ້ປະກອບການ, ພໍ່ຄ້າຊາວຂາຍສວຍໂອກາດຂຶ້ນລາຄາສິນຄ້າ, ພ້ອມທັງເອົາໃຈໃສ່ຕິດ ຕາມຊຸກຍູ້ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ), ຊຸກຍູ້ບັນດາໂຮງງານປຸງແຕ່ງຕ່າງໆໃຫ້ເຄື່ອນໄຫວປົກກະຕິ, ຖືກກົດໝາຍ, ມີປະສິດທິຜົນ ແລະ ການສົ່ງອອກຜະລິດຕະພັນໃຫ້ຫຼາຍຂຶ້ນ ເພື່ອທົດແທນການນໍາເຂົ້າສິນຄ້າ ແລະ ເປັນການສ້າງຖານການຜະລິດໃຫ້ເຂັ້ມແຂງ.
  7. ຮີບຮ້ອນແກ້ໄຂບັນດາອຸປະສັກໃນການຂົນສົ່ງ – ຈໍລະຈອນສິນຄ້າຢູ່ພາຍໃນປະເທດ ແລະ ຢູ່ຕາມດ່ານຕ່າງໆ ໂດຍຄົ້ນຄວ້າຫຼາຍວິທີແກ້ໄຂແບບປະສົມປະສານກັນຕາມສະພາບຕົວຈິງຂອງແຕ່ລະບ່ອນ ເຮັດແນວໃດບໍ່ໃຫ້ສິນຄ້າອັ່ງອໍ ແລະ ເສຍຄຸນນະພາບຍ້ອນອຸປະສັກໃນການຂົນສົ່ງ. ຄຽງຄູ່ກັນນັ້ນ, ກໍຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ – 19 ຢ່າງເດັດຂາດ.
  8. ໃຫ້ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ກະຊວງສາທາລະນະສຸກ ເພີ່ມທະວີການຄຸ້ມຄອງ, ການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອພະຍາດໂຄວິດ – 19 ກໍຄືພະຍາດຕາມລະດູການຕ່າງໆ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບຢ່າງເປັນປົກກະຕິ ແລະ ທັນເວລາ.
  9. ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອປະຊາສໍາພັນໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນ – ຂ່າວສານ ທັງກະກຽມຮັບມືໃຫ້ທັນສະພາບການ ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອຕ້ານແລ້ງ – ຕ້ານຖ້ວມ.
  10. ໃຫ້ບັນດາກະຊວງ – ອົງການ ແລະ ອົງການປົກຄອງທ້ອງຖິ່ນເອົາໃຈໃສ່ປະຕິບັດຄໍາສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດຢ່າງເອົາຈິງເອົາຈັງໃນສະພາບທີ່ລັດຖະບານມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເຊິ່ງຈະເອົາການແກ້ໄຂວິກິດເສດຖະກິດ – ການເງິນເປັນວາລະແຫ່ງຊາດ ເພື່ອໃຫ້ທຸກພາກສ່ວນໃນສັງຄົມ ລວມເຖິງພໍ່ແມ່ພີ່ນ້ອງປະຊາຊົນ ພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.
  11. ສືບຕໍ່ກະກຽມເນື້ອໃນເອກະສານ ທີ່ລັດຖະບານຈະໄດ້ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ຄັ້ງປະຖົມມະລືກທີ່ຈະມາເຖິງໃຫ້ມີເນື້ອໃນຮັດກຸມ ເພື່ອໃຫ້ກອງປະຊຸມພິຈາລະນາຮັບຮອງໄດ້, ບັນດາສະມາຊິກລັດຖະບານເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...