ຮູບປັ້ນຫຼວງພໍ່ທຣໍ້າຈຳໜ່າຍໃນຈີນ “ເຮັດໃຫ້ບໍລິສັດຂອງທ່ານກັບມາຍິ່ງໃຫຍ່ອີກຄັ້ງ”

ບໍລິສັດເຟີນິເຈີແຫ່ງໜຶ່ງໃນເມືອງ ເຊ່ຍເໝິ່ນ ມົນທົນຝູຈ້ຽນ ປະເທດຈີນ ສະເໜີຂາຍຮູບປັ້ນ ໂດນັລ ທຣໍ້າ ນັ່ງສະມາທິຄືກັບຫຼວງພໍ່ທຣໍ້າ.

ຮູບປັ້ນຫຼວງພໍ່ທຣໍ້າ ຖືກສະເໜີຂາຍໃນເວັບ Taobao ເຊິ່ງມີລາຄາເລີ່ມຕັ້ງແຕ່ 999 ຢວນ ຂຶ້ນຢູ່ກັບຂະໜາດຂອງສິນຄ້າ ເຊິ່ງຜູ້ຜະລິດບອກວ່າຈະເຮັດອອກມາພຽງ 100 ອັນເທົ່ານັ່ນ ແລະ ຕອນນີ້ຂາຍໄດ້ເປັນ 10 ອັນແລ້ວ.

ໜັງສືພິມ Global Times ຂອງທາງການຈີນໄດ້ສຳພາດຜູ້ຂາຍໂດຍກ່າວວ່າແນວຄວາມຄິດເລື່ອງ “ຫຼວງພໍ່ທຣໍ້າ” ໄດ້ເຮັດໃຫ້ເຂົານຶກເຖິງຄຳຂັວນຂອງທຣໍ້າທີ່ວ່າ  “Make American Great Again” (ເຮັດໃຫ້ອາເມລິກາກັບມາຍິ່ງໃຫຍ່ອີກຄັ້ງ) ແລະ ອະດີດປະທານາທິບໍດິສະຫະລັດອາເມລິກາມັກອ້າງວ່າ ເຂົາຮູ້ເລື່ອງຕ່າງໆດີກວ່າຜູ້ອື່ນ. ຜູ້ຂາຍຈຶ່ງປັບແນວຄິດຂອງທຣໍ້າໃຫ້ເປັນຄຳຂວັນທີ່ເປັນມົງຄຸນສຳລັບບໍລິສັດຈີນໂດຍໄດ້ສ້າງຄວາມໝາຍຂອງຄຳຂຶ້ນມາໃໝ່ວ່າ “ເຮັດໃຫ້ບໍລິສັດຂອງທ່ານກັບມາຍິ່ງໃຫຍ່ອີກຄັ້ງ”.

ຮຽບຮຽງຂ່າວ: ພຸດສະດີ