Homeຂ່າວຕ່າງປະເທດຈີນ-ຣັດເຊຍກຽມສ້າງສູນວິໄຈເທິງດວງຈັນ

ຈີນ-ຣັດເຊຍກຽມສ້າງສູນວິໄຈເທິງດວງຈັນ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ມີນາ 2021ວ່າ ອົງການອາວະກາດຣັດເຊຍ ແລະ ສຳນັກງານອາວະກາດແຫ່ງຊາດຈີນ ອອກຖະແຫຼງການຮ່ວມກັນເມື່ອວັນພຸດທີ່ຜ່ານມາວ່າທັງສອງຝ່າຍລົງນາມຮ່ວມກັນ ໃນຂໍ້ຕົກລົງກ່ຽວກັບການສ້າງສຸນປະຕິບັດການເທິງດວງຈັນ ເຊິ່ງທັງສອງປະເທດຢືນຢັນວ່າ ຈະເປີດກ້ວາງຮັບຄວາມຮ່ວມມືຈາກທຸກປະເທດທີ່ສົນໃຈ.

ຄຳຖະແຫຼງການດັ່ງກ່າວໄດ້ຖືກປະກາດເນື່ອງໃນໂອກາດທີ່ປີນີ້ຣັດເຊຍສະຫຼອງຄົບຮອບ 60ປີ ການສົ່ງມະນຸດເດີນທາງທ່ອງທ່ຽວອາວະກາດ.

ໃນຂະນະທີ່ຈີນມີແຜນສົ່ງນັກບິນອາວະກາດຢ່າງໜ້ອຍ 4 ຊຸດໃນປີນີ້ ເພື່ອຂຶ້ນໄປປະຈຳການທີ່ ທຽນເຫີ ທີ່ເປັນໂມດູນຫຼັກຂອງສະຖານີອາວະກາດຈີນ ເຊິ່ງມີກຳນົດທີ່ຈະເດີນທາງເຂົ້າສູ່ວົງໂຄຈອນໃນລະດູໃບໄມ້ປົ່ງຂອງປີນີ້ ໂຄງສ້າງທັງໝົດຂອງສະຖານີອະວະກາດມີກຳນົດສ້າງສຳເລັດພາຍໃນປີໜ້າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...