spot_img
Homeຂ່າວພາຍ​ໃນສະຫວັນນະເຂດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ກໍລະນີ

ສະຫວັນນະເຂດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ກໍລະນີ

Published on

ພະແນກສາທາລະນະສຸກແຂວງ ໃນນາມກອງເລຂາຄະນະສະເພາະກິດແຂວງ ຂໍຮຽນລາຍງານທ່ານຊາບວ່າ: ໃນເວລາ 18:30 ຂອງ ວັນທີ 09 ມີນາ 2021 ທີ່ຫ້ອງວິເຄາະໂຮງໝໍແຂວງໄດ້ລາຍງານການກວດຕົວຢ່າງຊອກຫາເຊື້ອໂຄວິດ-19 ຂອງແຮງງານທີ່ກັບມາຈາກປະເມດໄທມີທັງໝົດ ຈຳນວນ 171 ຕົວຢ່າງ, ໃນນີ້ໄດ້ກວດພົບເຊື້ອມີຜົນບວກ (+) ຈໍານວນ 1 ຄົນ ໂດຍມີຂໍ້ມູນດັ່ງນີ້: ຊື່ ທ. ໄໝ ອາຍຸ 43 ປີ ສັນຊາດລາວ, ອາຊີບຄ້າຂາຍຜັກຕະຫຼາດສົດ ຢູ່ຈັງຫວັດປະທຸມທານີ ປະເທດໄທ. ຜູ້ກ່ຽວໄດ້ເດີນທາງເຂົ້າມາ ແຂວງສະຫວັັນນະເຂດ ໂດຍຜ່ານດ່ານສາກົນຂົວມິດຕະພາບລາວ-ໄທ II ໃນວັນທີ 04 ມີນາ 2021, ໄດ້ຖືກສົ່ງໄປສູນກັກກັນຫຼັກ 4 ດ້ວຍລົດຂງສູນ. ໃນມື້ເດີນທທາງເຂົ້າມາຜູ້ກ່ຽວບໍ່ມີອາການໄຂ້ ແລະ ບໍ່ມີອາການສະແດງທີ່ສົງໄສກ່ຽວກັບພະຍາດໂຄວິດ-19. ໄດ້ເກັບຕົວຢ່າງໃນວັນທີ 07 ມີນາ, ໄດ້ກວດເຊື້ອຢູ່ຫ້ອງວິເຄາະໃນວັນທີ 09 ມີນາ ແລະ ຮູ້ຜົນກວດໃນເວລາ 18:30 ໂມງ

ຕໍ່ສະພາບການດັ່ງກ່າວ ທາງພະແນະສາທາລະນະສຸກແຂວງໄດ້ນຳເອົາຕົວຜູ້ກ່ຽວກັກກັນໄວ້ທີ່ຫ້ອງປິ່ນປົວຢູ່ໂຮງໝໍແຂວງ. ທີມງານສອບສວນໄດ້ລົງເອົາຂໍ້ມູນ ລາຍລະອຽດຂອງຜູ້ພົບເຊື້ອ ແລະ ກຸ່ມຜູ້ສຳພັດໃກ້ສິດ ເຊິ່ງລວມມີແຮງງານໃນສູນ, ພະນັກງານເຈົ້າໜ້າທີ່ໃນສູນ, ຜູ້ຂາຍເຄື່ອງ ແລະ ເຈົ້າໜ້າທີ່ທຸກພາກສ່ວນໃນດ່ານ ເຊິ່ງເບື້ອງຕົ້ນລວມມີ 36 ຄົນ ໃນນັ້ນມີເຈົ້າໜ້າທີ່ພະນັກງານ ແລະ ແຮງງານໃນສູນ ທັງໝົດ 36ຄົນ. ພວກກ່ຽວຂ້ອງທັງໝົດໄດ້ຖຶກເກັບ ແລະ ກວດຕົວຢ່າງຊອກເຊື້ອໃນວັນທີ 10 ມີນາ 2021 (ເຊິ່ງຈະຮູ້ຜົນໃນເວລາ 16 ໂມງ).

ພ້ອມນີ້ຍັງໄດ້ເຂັ້ມງວດປະຕິບັດມາດຕະການປ້ອງກັນການສົ່ງເຊື້ອພາຍໃນສູນກັກຂັງ, ການຢູ່ຫ່າງ ແລະ ການຕິດຕາມປະຈຳວັນຂອງແຕ່ລະຄົນ, ມາດຕະການຂ້າເຊື້ອໃນສູນ, ຫ້ອງພັກ , ຫ້ອງນ້ຳ ແລະ ອື່ນໆ, ບໍ່ອະນຸຍາດໃຫ້ຂາຍເຄື່ອງອຸປະໂພກ ແລະ ບໍລິໂພກໃນສູນ ແລະແພດໄດ້ແນະນຳໃຫ້ຄວາມຮູ້ແກ່ຜູ້ກັກກັນກ່ຽວກັບການປ້ອງກັນຕ່າງໆ. ສ່ວນຜູ້ຕິດເຊື້ອ ປະຈຸບັນຜູ້ກ່ຽວບໍ່ສະແດງອາການເຈັບເປັນໃດໆ ສະນັ້ນຈື່ງໄດ້ກັກຕົວ ແລະ ຕິດຕາມອາການທີ່ພົບ ແລະ ຈະໄດ້ກວດເຊື້ອແຕ່ລະໄລຍະ. ປະຈຸບັນແມ່ນກຳລັງລໍຖ້າຄະນະສະເພາະກິດສູນກາງເປັນຜູ້ຖະແຫຼງການພົບເຊື້ອ.
ດັ່ງນັ້ນ, ຈື່ງຮຽນລາຍງານໃຫ້ທ່ານຮັບຊາບ ແລະ ໃຫ້ທິດຊີ້ນຳຕາມທີ່ເຫັນສົມຄວນດ້ວຍ.
ຮຽນດ້ວຍຄວາມນຳຖືຢ່າງສູງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...