Homeຂ່າວຕ່າງປະເທດນັກວິໄຈພົບ! ເຊື້ອໂຄວິດ-19ສາຍພັນ P.1 ໃນບຣາຊິນຕິດຕໍ່ງ່າຍເຖິງ 2.2 ເທົ່າ

ນັກວິໄຈພົບ! ເຊື້ອໂຄວິດ-19ສາຍພັນ P.1 ໃນບຣາຊິນຕິດຕໍ່ງ່າຍເຖິງ 2.2 ເທົ່າ

Published on

ສຳນັກຂ່າວ CNN ລາຍງານໃນວັນທີ 2 ມີນາ 2021 ວ່າ: ຜົນການສຶກສາໃໝ່ ຂອງນັກວິໄຈໃນປະເທດບຣາຊິນ ແລະ ອັງກິດພົບວ່າ ເຊື້ອໄວຣັສໂຄວິດ-19 ກາຍພັນ ສາຍພັນທີ່ພົບເປັນຄັ້ງທຳອິດໃນປະເທດບຣາຊິນ ຫຼື ເຊື້ອໄວຣັດ P.1ອາດຕິດຕໍ່ໄດ້ງ່າຍກວ່າສາຍພັນປົກກະຕິສູງເຖິງ 2.2 ເທົ່າ ແລະ ອາດຈະຫຼົບຫຼີກພູມຄຸ້ມກັນກ່ອນການຕິດເຊື້ອຄັ້ງກ່ອນຫຼາຍເຖິງ 61%.

ເອກະສານທາງວິຊາການທີ່ຍັງບໍ່ໄດ້ຮັບການຕີພິມລະບຸວ່າ: ໄວຣັສ P.1 ເຊື່ອມໂຍງກັບຈຳນວນເພີ່ມຂື້ນຂອງຜູ້ຕິດເຊຶ້ອ COVID-19. ໃນຢູ່ເມືອງ Manas (ມານາອັດ) ປະເທດບຣາຊິນ, ໂດຍຈາກການເກັບຕົວຢ່າງໄວຣັສ ລະຫວ່າງເດືອນພະຈິກປີ 2020 ຫາ ເດຶອນມັງກອນ ປີ 2021 ນັກວິທະຍາສາດພົບວ່າ  ອັດຕາສ່ວນຂອງໄວຣັດ P.1 ທີ່ພົບໃນຕົວຢ່າງເພີ່ມຂື້ນຈາກ 0 ໄປເຖິງ 87% ພາຍໃນເວລາ  7 ອາທິດ.

ພວກເຂົາຍັງພົບການກາຍພັນເຖິງ 17 ຈຸດ, ລວມເຖິງການກາຍພັນຂອງກົດອາມິໂນ (amino) ຕຳແໜ່ງທີ່ 501 ເອີ້ນວ່າ ‘N501Y’, ແບບດຽວກັນກັບທີ່ພົບໃນໄວຣັສໂຄວິດ-19ກາຍພັນອັງກິດ ແລະ ອາຟຣິກາໃຕ້ ເຊິ່ງເຊື່ອກັນວ່າ ເຮັດໃຫ້ເຊື້ອໄວຣັສເກາະຕິດກັບເຊວຂອງມະນຸດໄດ້ງ່າຍຂື້ນ  ແລະ ການກາຍພັນຂອງກົດອະມິໂນທີ່ຢູ່ໃນ ຕຳແໜ່ງ 484 ທີ່ມີຊື່ວ່າ ‘E484K’ ເຊິ່ງພົບໃນສາຍພັນອາຟຣິກາໃຕ້ອີກດ້ວຍ. ເຊິ່ງເຊື່ອກັນວ່າຈະເຮັດໃຫ້ເຊື້ອໄວຣັສສາມາດ ຫຼື ຫຼີກລ່ຽງພູມຕ້ານທານໄດ້ຫຼາຍຂື້ນນັກວິທະຍາສາດໄດ້ສ້າງແບບຈຳລອງເພື່ອກວດກາຜົນກະທົບຈາກການກາຍພັນດັ່ງກ່າວ ທີ່ມີຕໍ່ຄວາມສາມາດໃນການຕິດຕໍ່ ຂອງໄວຣັສໂຕນີ້ ໄດ້ພົບວ່າ ໄວຣັດ P.1 ມີອັດຕາການຕິດຕໍ່ຫຼາຍກວ່າໂຄວິດ-19 ສາຍພັນອື່ນໆ. ລວມເຖີງສາຍພັນທຳອິດ1,4 – 2,2 ເທົ່າ ແລະ ມີໂອກາດຫຼີກລ່ຽງພູມຄຸ້ມກັນຈາກການຕິດເຊື້ອໂຄວິດ-19 ເທື່ອກ່ອນ 25% ເຖິງ 65%.

ພ້ອມກັນນັ້ນ, ອັງກິດກໍລາຍງານໃນອາທິດນີ້ວ່າ: ພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ກາຍພັນ P.1 ໃນປະເທດຈຳນວນ 6 ຄົນ. ເວລາດຽວກັນນັ້ນ, ໃນສະຫະລັດພົບ 10 ຄົນ ໃນ5 ລັດໄດ້ແກ່ : ລັດ Alaska, Florida, Maryland, Minnesota ແລະ Oklahoma.

ເຖິງຢ່າງໃດກໍ່ຕາມ, ຜູ້ຊ່ຽວຊານເຕືອນວ່າ: ຜົນວິໄຈລ່າສຸດບໍ່ສາມາດໃຊ້ເພື່ອຄາດການວ່າສິ່ງທີ່ເກີດຂື້ນໃນອັງກິດໄດ້.  ໃນຂະນະທີ່ ສາດສະດາຈານ Ester Sabino ຈາກມະຫາວິທະຍາໄລເຊົາເປົາໂລ (Sao Paulo) ໃນປະເທດບຣາຊິນກ່າວວ່າ: ຕ້ອງມີຜູ້ຕິດເຊຶ່ອຫຼາຍກ່ອນນິ້ ການລະບາດຈຶ່ງຈະເລີ່ມຕົ້ນຂື້ນ ເພາະ 6 ຄົນ ເປັນຈຳນວນທີ່ໜ້ອຍຫຼາຍ ແລະ ເຊື່ອວ່າ ຖ້າເບິ່ງແຍງຮັກສ າແລະ ປະຕິບັດຕາມຄຳແນະນຳຕົວເລກຈະຫຼຸດລົງ.

ຮຽບຮຽງຂ່າວ: ມົນລະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...