spot_img
Homeຂ່າວພາຍ​ໃນລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ໄດ້ຮັບຍ້ອງຍໍປະເພດເກດ A+ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່

ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ ໄດ້ຮັບຍ້ອງຍໍປະເພດເກດ A+ ຈາກ ກະຊວງພະລັງງານ ແລະ ບໍ່ແຮ່

Published on

ໃນ​ມື້​ນີ້ ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້ຮັບ​ໃບ​ຍ້ອງ​ຍໍ​ປະ​ເພດ A+ ຈາກ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່. ບໍ​ລິ​ສັດ ລ​ຊມ​ລ ສາ​ມາດ​ຮັກ​ສາ​​ຜົນ​ງານ​ປະ​ເພດ​ສູງ​ທີ່​ສຸດ​ນີ້​ມາ​ແຕ່​ປີ 2016 ເມື່ອ​ລັດ​ຖະ​ບານ​ລາວ ໄດ້ ເລີ່ມ​ປະ​ຕິ​ບັດ​ກົນ​ໄກ​ນີ້​ເພື່ອ​ຮັບ​ຮູ້​ຜົນ​ງານ ແລະ ມາດ​ຕະ​ຖານ​ຂອງ​ບັນ​ດາ​ບໍ​ລິ​ສັດ. ລ​ຊມ​ລ ເປັນບໍ​ລິ​ສັດ​ໜຶ່ງ​ດຽວ​ເທົ່າ​ນັ້ນ ໃນ ສ​ປ​ປ ລາວ ທີ່​ໄດ້​ຮັບ ລຳ​ດັບ​ຊັ້ນ​ອັນ​ຊົງ​ກຽດ​ນີ້.

ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຈັດປະ​ເພດ​ບັນ​ດາ​ບໍ​ລິ​ສັດ ອີງ​ຕາມ ເປົ້າ​ໝາຍ ແລະ ຫຼັກ​ການ​ການ​ພັດ​ທະ​ນາ. ບໍ​ລິ​ສັດ ລ​ຊມ​ລ ຍາດ​ແຍ່ງ​ຊັ້ນ​ນີ້​ມາ​ໄດ້​ຍ້ອນ ໄດ້​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ ໂດຍ​ການ​ເປັນ​ຄູ່​ຮ່ວມ​ພັດ​ທະ​ນາ​ທ້ອງ​ຖິ່ນ ແລະ ຊຸມ​ຊົນ ແລະ ໄດ້​ຮັກ​ສາ​ມາດ​ຕະ​ຖານ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢ່າງ​ເຂັ້ມ​ແຂງ.

ບໍ​ລິ​ສັດ ລ​ຊມ​ລ ຖືກ​ຮັບ​ຮູ້ ສຳ​ລັບ​ການ​ປັບ​ປຸງ​ຊີ​ວິດການ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ຂອງ​ຊຸມ​ຊົນ; ການ​ນຳ​ໃຊ້​ເຕັກ​ນິກ-ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ; ການ​ສະ​ໜັບ​ສະ​ໜູນ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ທ້ອງ​ຖິ່ນ; ເປັນ​ທຸ​ລະ​ກິດ​ທີ່​ມີ​ການ​ຂະ​ຫຍາຍ ແລະ ເຕີບ​ຕົວ​ຢ່າງ​ຕໍ່​ເນື່ອງ; ແລະ ໄດ້​ສະ​ໜັບ​ສະ​ໜູນ​ການ​ຂະ​ຫຍາຍ​ຕົວ​ຂອງ​ຂະ​ແໜງ​ການ​ອື່ນໆ.

ບໍ​ລິ​ສັດ ລ​ຊມ​ລ ປະ​ຕິ​ບັດ​ຄົບ​ຖ້ວນ​ຕາມ 7 ຫຼັກ​ການ​ທີ່​ກຳ​ນົດ​ຄື: (i) ປະ​ຕິ​ບັດ​ລະ​ບຽບ​ກົດ​ໝາຍ; (ii) ​ປະ​ຕິ​ບັດພັນ​ທະ​ຄົບ​ຖ້ວນ, ທັນ​ເວ​ລາ ແລະ ກວດ​ກາ​ໄດ້; (iii) ນັບ​ຖື​ປະ​ເທດ ແລະ ຊຸມ​ຊົນ​ເຈົ້າ​ພາບ; (iv) ສົ່ງ​ເສີມ​ແຮງ​ງານ​ພາຍ​ໃນ ແລະ ພັດ​ທະ​ນາ​ທັກ​ສະ​ຢ່າງ​ຕັ້ງ​ໜ້າ; (v) ຮັກ​ສາ​ຄວາມ​ປອດ​ໄພ-ສຸ​ຂະ​ພາບ​ຕາມ​ຫຼັກ​ການ​ທີ່​ດີ​ຂອງ​ສາ​ກົນ; (vi) ດຳ​ເນີນ​ທຸ​ລະ​ກິດ​ມີ​ປະ​ສິດ​ທິ​ຜົນ, ໂປ່ງ​ໃສ, ບໍ່​ມີ​ຜົນ​ກະ​ທົບຮ້າຍ​ແຮງ​ຕໍ່​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ; (vii) ມີ​ແຜນ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ ແລະ ແຜນ​ປິດ​ບໍ່.

ທ່ານ ສະ​ໝານ ອະ​ເນ​ກາ, ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ກ່າວ​ວ່າ: “ທີ່ ລ​ຊມ​ລ ພວກ​ເຮົາ​ໝາຍ​ໝັ້ນ​ໃນ​ການ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານປະ​ເທດ ແລະ ສາ​ກົນ. ການ​ຍ້ອງ​ຍໍທີ່​ໄດ້​ຮັບ​ມາ​ຢ່າງ​ຕໍ່​ເນື່ອງ​ນີ້ ຈະ​ເປັນ​ສິ່ງ​ຕັກ​ເຕືອນ​ພວກ​ເຮົາ​ໃຫ້​ເປັນ ນັກ​ລົງ​ທຶນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ເປັນ​ອົງ​ກອນ​ທີ່​ດີ​ເພື່ອ ​ເປັນແບບ​ຢ່າງບໍ​ລິ​ສັດ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ດີ​ເລີດ ແລະ ສ້າງຄວາມ​ຮັ່ງ​ມີ​ໃຫ້​ແກ່​ສັງ​ຄົມ.” ຕັ້ງ​ແຕ່​ເລີ່ມ​ດຳ​ເນີນ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ໃນ​ປີ 2002, ໂຄງ​ການ​ຄຳ-ທອງ​ເຊ​ໂປນ ໄດ້​ຜະ​ລິດ​ແທ່ງ​ຄຳຫຼາຍກວ່າ 1,2 ລ້ານ ອອນ​ສ໌ ແລະ ຜະ​ລິດ​​ແຜ່ນທອງຫຼາຍກວ່າ 1 ລ້ານ​ໂຕນ; ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໂດຍ​ກົງຫຼາຍກວ່າ US$1,5 ຕື້ ໃຫ້​ແກ່ ສ​ປ​ປ ລາວ ໂດຍ​ຜ່ານ​ການ​ຈ່າຍ​ພາ​ສີ-ອາ​ກອນ, ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ.

ນອກ​ຈາກນັ້ນ ໂຄງ​ການ​ຄຳ-ທອງ​ເຊ​ໂປນ​ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ດ້ວຍ​ກາ​ນ​ສ້າງວຽກ​ເຮັດ​ງານ​ທຳ, ຜ່ານການ​ຝຶກ​ອົບ​ຮົມ​ຕ່າງໆ, ການ​ພັດ​ທະ​ນາ​ຊຸມ​ຊົນ ແລະ ລາຍ​ໄດ້​ໃຫ້​ແກ່​ຜູ້​ຮັບ​ເໝົາ​ທ້ອງ​ຖິ່ນ ອັນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທາງບວກ​ຢ່າງ​ມະ​ຫາ​ສານ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​. ໃນປີ 2003 ກໍຄື ໄລຍະທີ່ໄດ້ມີການນຳໃຊ້ກຳລັງແຮງງານສູງສຸດ, ໂຄງການຄຳ-ທອງເຊໂປນ ໄດ້ສ້າງວຽກເຮັດງານທຳໄດ້ຫຼາຍກວ່າ 5.000 ຄົນ ແລະ ໄດ້ລົງທຶນຫຼາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃສ່ການພັດທະນາ ແລະ ການຝຶກອົບຮົມພະນັກງານ. ໃນຊຸມຊົນເມືອງວິລະບູລີ ໄດ້ມີປະຊາຊົນກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກ ໂຄງ​ການ​ພັດ​ທະ​ນາ​ຊຸມ​ຊົນ ຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ US$13 ລ້ານ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ US$33 ລ້ານ.

ບໍ​ລິ​ສັດ ລ​ຊມ​ລ ໄດ້​ໂຈະ ການ​ຜະ​ລິດ​ຄຳ​ໃນ​ເດືອນ ທັນ​ວາ 2013 ຍ້ອນ ສິນ​ແຮ່​ຄຳ​ທີ່​ຫລຸດ​ລົງ ແລະ ລາ​ຄາ​ຕົກ​ຕ່ຳ​ລົງ. ການ​ກັບ​ຄືນ​ມາ​ຜະ​ລິດ​ຄຳ ຈະຮັບປະກັນ ໃຫ້ຜົນປະໂຫຍດເຫຼົ່ານີ້ ສືບຕໍ່ເສີມຂະຫຍາຍຂຶ້ນໄປ​ເລື້ອຍໆ. ໂຄງ​​ການຄຳ-ທອງ​ເຊ​ໂປນ ໄດ້​ຜະ​ລິດ​ຄຳຫຼາຍກວ່າ 2 ໂຕນ ໃນ​ປີ 2020.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...