Homeຂ່າວພາຍ​ໃນຂ່າວດີ! ສຳລັບຄົນຮັກໃນສຽງເພງ ເພາະແອັບພິເຄຊັນ Spotify ຈະເຂົ້າມາລາວໄວໆນີ້

ຂ່າວດີ! ສຳລັບຄົນຮັກໃນສຽງເພງ ເພາະແອັບພິເຄຊັນ Spotify ຈະເຂົ້າມາລາວໄວໆນີ້

Published on

Spotify ແອັບພິເຄຊັນເພງ ແລະວີດີໂອ ທີ່ຜູ້ໃຊ້ແອັບສາມາດເຂົ້າເຖິງເພງ ແລະເນື້ອຫາເພງໄດ້ຫຼາຍກວ່າລ້ານເພງທົ່ວໂລກ ຈະເປີດຕົວໃນລາວແລະ ກຳປູເຈຍໄວໆນີ້.

Spotify ໄດ້ປະກາດແຜນການທີ່ຈະຂະຫຍາຍພື້ນທີ່ໄປຫຼາຍກວ່າ 80 ສະຖານທີ່ໃໝ່ໃນທົ່ວໂລກ, ໃນນັ້ນລວມມີປະເທດລາວ ແລະ ປະເທດກຳປູເຈຍ. ອີງຕາມການລາຍງານຂອງ NME ວ່າ: Spotify ໄດ້ປະກາດໃນລະຫວ່າງງານ Stream On Digital ເຊິ່ງໄດ້ຈັດຂື້ນໃນວັນທີ 22 ເດືອນກຸມພາ 2021 ທີ່ຜ່ານມາວ່າ: ແພລັດຟອມດັ່ງກ່າວຈະເປີດໂຕ ແລະ ເຜິຍແຜ່ເຂົ້າໃນຫຼາຍຕະຫຼາດທົ່ວໂລກ ເຊິ່ງເປັນສ່ວນໜຶ່ງ ຂອງການຂະຫຍາຍທີ່ໃຫຍ່ທີ່ສຸດຈົນເຖິງປະຈຸບັນ.

ຫຼັງຈາກໄດ້ເປີດໂຕຢ່າງເປັນທາງການຢູ່ປະເທດເກົາຫຼີໃຕ້ ໃນວັນທີ 1 ເດືອນກຸມພາ ທີ່ຜ່ານມາ, Spotify ໄດ້ກ່າວວ່າ: ຈະເປີດໂຕທົ່ວອາຊີໄດ້ແກ່ລາວ, ເຊັ່ນດຽວກັນກັບ ມາເກົາ, ບຣູໄນ, ກຳປູເຈຍ, ສີລັງກາ, ບັງກະລາເທດ, ເມົາດິບ, ພູຖານ, ມົງໂກລີ, ເນປານ ແລະ ປາກິດສະຖານ. ທຸກໆຕະຫຼາດໃໝ່ຈະສາມາດເຂົ້າເຖິງລາຍການເພງ ແລະ ການບໍລິການ ຂອງ Spotify ໄດ້ໂດຍການສະໝັກຟຣີ ແລະ ແບບຈ່າຍເງິນ (Premium)

ການບໍລິການ Spotify ຈະມີຢູ່ໃນແອັບພິເຄຊັນເທິງມືຖື ແລະ ໂປແກຼມເວັບບາວເຊີ (Browsers), ຄຸນລັກສະນະຂອງແອັບທີ່ສາມາດເຊື່ອມຕໍ່ໂທລະທັດ, ລຳໂພງ ແລະ ເຄື່ອງມືອື່ນໆ ຈະນໍາເຂົ້າມາໃຫ້ໃຊ້ພາຍຫຼັງ ແລະ ຍັງມີການເພີ່ມພາສາຂອງໂປຣມແກຣມ ລວມ 36 ພາສາ.

ຮຽບຮຽງໂດຍ: ມົນລະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...