Homeຂ່າວພາຍ​ໃນປີ​ໂຕຼເທຣດດິງມະຫາຊົນ ສະ​ເໜີ​ຈຳໜ່າຍ​ຮຸ້ນ ​ແລະ ເຂົ້າຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ 60 ລ້ານ​ຮຸ້ນ

ປີ​ໂຕຼເທຣດດິງມະຫາຊົນ ສະ​ເໜີ​ຈຳໜ່າຍ​ຮຸ້ນ ​ແລະ ເຂົ້າຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ 60 ລ້ານ​ຮຸ້ນ

Published on

petro trading

​

ໃນ​ຕອນ​ຄ່ຳ​ວັນທີ 21 ຕຸລາ​ນີ້, ຢູ່​ໂຮງ​ແຮມ​ລາວພລາຊາ ນະຄອນຫລວງ​ວຽງ​ຈັນ ໄດ້​ມີ​ພິທີ​ຖະ​ແຫລ​ງກ່ຽວ​ກັບ​ ບໍລິສັດ

ປີ​ໂຕຼລຽມ ​ເທຼດດິງລາວ ມະຫາຊົນ (Petrol Trade) ຍື່ນ​ຄຳ​ຂໍ​ອອກ​ຈຳໜ່າຍ​ຮຸ້ນ​ສາມັນ​ ເພີ່ມ​ທຶນ​ແກ່ມ​ວນຊົນ​ຄັ້ງທຳ

​ອິດ (IPO) ​ແລະ ຂໍ​ອະນຸມັດ​ນຳ​ຮຸ້ນ​ສາມັນ ​ເຂົ້າ​ຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ລາວ​ຈຳນວນ 60 ລ້ານຮຸ້​ນ ຕໍ່​ຄະນະ

​ກຳມະການ​ຄຸ້ມ​ຄອງ​ຫລັກ​ຊັບ (ສຄຄຊ) ​ເພື່ອ​ລະດົມ​ທຶນ​ຈາກ​ມວນ​ຊົນ ​ເຂົ້າ​ໃນ​ການ​ຂະຫຍາຍ​ທຸລະ​ກິດ ​ແລະ ການ​ບໍ

ລິການ​ນ້ຳມັນ​ຢູ່ ສປປ ລາວ, ທັງ​ເປັນ​ການ​ຮອງ​ຮັບ​ການ​ເຕີບ​ໃຫຍ່​ຂອງຂະ​ແໜງອຸດ​ສະຫະ​ກຳ ​ແລະ ການ​ເປີດ​ປະຊາ​

ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015.​ ໂດຍ​ການ​ຖະ​ແຫລ​ງຂອງ​ທ່ານ ຈັນທອນ ສິດທິ​ໄຊ ຮອງ​ປະທານ​ສະພາ​ບໍລິ

ຫານ​ຜູ້​ອຳນວຍ​ການ​​ບໍລິສັດ ປີ​ໂຕຼ​ລຽມ ເທຼດດິງ ມະຫາຊົນ, ທ່ານ ສົມພົບ ສັກ​ພັນ​ພະນົມ ອຳນວຍ​ການ​ບໍລິສັດ ຫລັກ

​ຊັບ​ເອພີ​ເອັມລາວ (APM LAO) ​ແລະ ສຸລິ​ໄຊ ທິບ​ວົງ​ໄຊ ຮອງ​ອຳນວຍ​ການ​ບໍລິສັດ ຫລັກ​ຊັບ​ລ້ານ​ຊ້າງມະຫາຊົນ.

 

images

 

ທ່ານ ຈັນທອນ ສິດທິ​ໄຊ ກ່າວ​ວ່າ: ​ໃນ​ວັນ​ທີ 20 ຕຸລາ​ຜ່ານ​ມານີ້, ບໍລິສັດ​ພວກ​ເຮົາ​ໄດ້​ຍືນ​ຄຳ​ຂໍອະນຸຍາດ​ສະ​ເໜີ​ຂາຍ​

ຮຸ້ນ​ສາມັນ​ເພີ່ມ​ທຶນ​ ແກ່ມ​ວນຊົນ​ຄັ້ງທຳ​ອິດຕໍ່ (ສຄຄຊ) ຈຳນວນ 60 ລ້ານ​ຮຸ້ນ, ມູນ​ຄ່າ 2.000 ຕໍ່​ຮຸ້ນ ​ແລະ ປັດຈຸບັນ​

ມີ​ທຶນ​ຈົດ​ທະບຽນ​ທີ່​ຊຳລະແລ້ວ 350 ຕື້ກີບ, ມູນຄ່າກຳນົດ 2.000 ກີບ​ຕໍ່​ຮຸ້ນ ​ແລະ ພາຍຫລັງ​ເຂົ້າ​ຈົດ​ທະບຽນ​ໃນ​ຕະ

ຫລາດ​ຫລັກ​ຊັບ​ລາວ (LSX) ບໍລິສັດ​ ຈະ​ມີ​ທຶນ​ຈົດ​ທະບຽນ​ຊຳລະ​ແລ້ວ​ຈຳນວນ 470 ຕື້ກີບ, ມູນ​ຄ່າ​ກຳນົດ 2.000

ກີບຕໍ່​ຮຸ້ນ, ສ່ວນ​ການ​ກຳນົດ​ລາຄາ​ສະ​ເໜີ​ຂາຍ​ຮຸ້ນ​ແກ່ມ​ວນຊົນ ​ຈະ​ມີ​ການ​ກຳນົດລາຄາ​ເມື່ອ (ສຄຄຊ) ອະນຸມັດ​ໃຫ້​

ບໍລິສັດ​ສະ​ເໜີ​ຂາຍ​ຮຸ້ນ​ໃຫ້​ແກ່ມ​ວນຊົນ. ມາ​ຮອດ​ປັດຈຸບັນ, ບໍລິສັດ​ມີ​ສະຖານີ​ບໍລິການ​ນ້ຳມັນ​ໃນ​ທົ່ວ​ປະ​ເທດ 107

​ແຫ່ງ​, ໃນ​ນັ້ນລົງທຶນ​ເອງ 8 ​ແຫ່ງ ​ແລະ ​ເປັນ​ຜູ້ຮ່ວມ​ລົງທຶນ 99 ​ແຫ່ງ, ມີ​ສາງ​ນ້ຳມັນ​ເຊື້ອ​ໄຟຢູ່​ແຂວງ​ວຽງ​ຈັນ, ບໍລິ​

ຄຳ​ໄຊ, ຈຳປາສັກ ​ແລະ ​ໄຊ​ຍະ​ບູລີ ບັນຈຸ​ໄດ້ຫລາຍ​ກວ່າ 3,6 ລ້ານ​ລິດ, ສະນັ້ນ ​ເງິນ​ທີ່​ໄດ້​ໃນ​ການ​ລະດົມ​ທຶນ​ຈາກ​ມວນ​

ຊົນນີ້ ບໍລິສັດ​ຈະ​ນຳ​ໄປ​ຂະຫຍາຍ​ສະຖານີ​ບໍລິການ​ນ້ຳມັນ​ທີ່​ຄົບ​ວົງ​ຈອນ ​ເພື່ອ​ຮອງ​ຮັບ​ການ​ຂະຫຍາຍຕົວ​ຂອງ​ເສດ

ຖະກິດ-ສັງຄົມ ​ແລະ ການ​ຂະຫຍາຍຕົວ​ເມືອງ ຊຶ່ງ​ເປັນ​ສູນ​ກາງຂອງ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ໃນ​ສັງຄົມ ​ແລະ ພັດ

ທະນາ​ປັບປຸງ​ລະບົບ​ຂົນ​ສົ່ງ ​ແລະ ບໍລິການ​ຂອງ​ບໍລິສັດ ທັງ​ຮອງ​ຮັບ​ການ​ເຕີບ​ໂຕ​ຂອງ​ທຸລະ​ກິດ​ເນື່ອງ​ຈາກ​ ສປປ

ລາວ ​ເປັນ​ປະ​ເທດ​ທີ່​ກຳລັງ​ພັດທະນາ ​ແລະ ພາກ​ອຸດ​ສະຫະ​ກຳພວມ​ມີ​ການ​ເຕີບ​ໂຕ​ຕໍ່​ເນື່ອງ ​ເພື່ອ​ກຽມພ້ອມ​ເຂົ້າ

ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍປີ 2015.

 

ທ່ານ ສົມພົບ ສັກ​ພັນ​ພະນົມ ອຳນວຍ​ການ​ບໍລິສັດ​ຫລັກ​ຊັບ​ເອພີ​ເອັມລາວ ​ເຊິ່ງ​ເປັນ​ທີ່​ປືກສາ​ການ​ເງິນ​ຂອງ​ ບໍລິ

ສັດ​ປີ​ໂຕຼລຽມ ເທຣດດິງ ກ່າວ​ວ່າ: ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ບໍລິສັດ ມີ​ການ​ເຕີບ​ໃຫຍ່​ຂຶ້ນ​ເປັນ​ລຳດັບ​ຄື: ​ໃນ​ປີ 2011

ມີ​ລາຍ​ຮັບ 905.08 ຕື້ກີບ, ປີ 2012 ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 1.019,01 ຕື້ກີບ ​ແລະ ປີ 2013 ມີ​ລາຍ​ຮັບ 1.075,04 ຕື້ກີບ,

ຂະນະ​ດຽວ​ກັນ​ ບໍລິສັດ​ມີ​ແຜນ​ຈະ​ຂຶ້ນ​ເປັນ​ຜູ້​ນຳ​ໜ້າ​ໃນ​ທຸລະ​ກິດ​ການ​ຈຳໜ່າຍ​ນ້ຳມັນ​ເຊື້ອ​ໄຟ​ໃນ​ລາວ ໂດຍ​ຕັ້ງ​ເປົ້າ​

ໄວ້​ຄື​ ນັບ​ແຕ່​ປີ 2014 -2018 ຈະ​ເພີ່ມ​ສະຖານີ​ບໍລິການ​ນ້ຳມັນ​ຈຳນວນ 97 ​ແຫ່ງ​ໃນ​ທົ່ວ​ປະ​ເທດ ​ແລະ ​ເມື່ອ​ເຂົ້າຈົດ​

ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​​ແລ້ວ​ ຍິ່ງ​ຈະ​ເຮັດ​ໃຫ້​ບໍລິສັດ​ມີ​ຖານະ​ການ​​ເງິນ​ທີ່​ເຂັ້ມ​ແຂງ, ມີ​ຄວາມ​ໜ້າ​ເຊື່ອ​ຖື ​ແລະ

ພາບ​ພົດ​ທີ່ດີ ​ເຊິ່ງ​ເປັນ​ປັດ​ໃຈ​ສຳຄັນ​​ເຮັດໃຫ້ ບໍລິສັດ​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ເທື່ອ​ລະ​ກ້າວ.

 

ທ່ານ​ຮອງ​ອຳນວຍ​ການ​ບໍລິສັດ​ຫລັກ​ຊັບ​ລ້ານ​ຊ້າງ​ມະຫາຊົນ​ ສຸລິ​ໄຊ ທິບ​ພະ​ວົງ ກ່າວ​ວ່າ: ບໍລິສັດ​ພວກ​ເຮົາ​ເປັນ​ຜູ້​

ຮັບປະກັນ​ການຈັດ​ຈຳໜ່າຍ​ 60 ລ້ານ​ຮຸ້ນ ​ແລະ ​ໃນ​ໄວໆ​ນີ້ ຈະ​ມີ​ການ​​ເຜີຍ​ແຜ່​ໃຫ້​ນັກ​ລົງທຶນ​​ໄດ້ຮັບຮູ້ ​ແລະ ​ເຂົ້າ​ໃຈ​

ກ່ຽວ​ກັບ​ການ​ຊື້ຮຸ້ນດັ່ງກ່າວ ​ແລະ ​ໝັ້ນ​ໃຈ​ວ່າ​ຮຸ້ນ​ຂອງ​ບໍລິສັດ​ປີ​ໂຕຼລຽມ ເທຣດດິງ ມະຫາຊົນ ຈະ​ໄດ້​ຮັບ​ຄວາມເຊື່ອ

ຖື​ຈາກ​ມວນ​ຊົນ ກໍ​ຄືນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

 

ເຂົ້າຮ່ວມພິທີຖະແຫລງຂ່າວດັ່ງກ່າວມີ ທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານຄະນະກຳມະການ

ຄຸ້ມຄອງຫລັກຊັບ ແລະ ທ່ານ ເດດພູວັງ ມູລຣັຕ໌ ອຳນວຍການຕະຫລາດຫລັກຊັບລາວ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...