spot_img
Homeຂ່າວຕ່າງປະເທດອົງການອານາໄມໂລກແຈ້ງຂ່າວດີ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຫຼຸດລົງ 16%.

ອົງການອານາໄມໂລກແຈ້ງຂ່າວດີ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຫຼຸດລົງ 16%.

Published on

ອົງການອານາໄມໂລກແຈ້ງຂ່າວດີ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ ຫຼຸດລົງ 16% ໃນອາທິດທີ່ຜ່ານມາ ສ່ວນອັດຕາການເສຍຊີວິດກໍ່ຫຼຸດລົງ10%.

ຖືວ່າເປັນແນວໂນ້ມທີ່ດີຂຶ້ນ ຫຼັງຈາກອົງການອານາໄມໂລກຖະແຫຼງຂ່າວພາບລວມ ຂອງການລະບາດ ຂອງພະຍາດໂຄວິດ-19 ທົ່ວໂລກ ຕະຫຼອດອາທິດທີ່ຜ່ານມາ ໂດຍພົບວ່າ: ຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼຸດລົງ 16% ຢູ່ທີ່ 2.7 ລ້ານຄົນ ແລະຈຳນວນຕົວເລກຜູ້ເສຍຊິວິດທັງໝົດອາທິດກໍ່ຫຼຸດລົງ 10% ຈາກອາທິດກ່ອນຢູ່ທີ່ 81,000 ຄົນ ແລະ ຖ້າເບິ່ງຫຼາຍທະວີບພົບວ່າ ໃນ 5 ທະວີບຂອງໂລກ ຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼຸດລົງ ເປັນເລກສ່ວນຮ້ອຍ 2 ຫຼັກ ເຊັ່ນ: ອາຟິກາ ກັບ ປາຊິຟິກຕາເວັນຕົກ ຫຼຸດລົງ 20% ເອີຣົບ ຫຼຸດລົງ 18% ສ່ວນທະວິບອາເມລິກາ ແລະ ອາຊີຕາເວັນອອກສ່ຽງໃຕ້ ຫຼຸດລົງ 16 ແລະ 13% ຕາມລຳດັບ ມີພຽງພູມີພາກເຂດ ເມດີແຕລາແນ ຕາເວັນອອກ ທີ່ຕົວເລກຜູ້ຕິດເຊື້ອ ເພີ່ມຂຶ້ນ 7%.

ຜູ້ອຳນວຍການອົງການອະນາໄມໂລກ ລະບຸວ່າຈຳນວນຂອງຜູ້ຕິດເຊື້ອລາຍໃໝ່ຫຼຸດລົງ ຕິດຕໍ່ກັນມາ 5 ອາທິດແລ້ວ ເປັນການສະແດງໃຫ້ເຫັນ ເຖິງໝາກຜົນຂອງການເຮັດວຽກ ຂອງໜ່ວຍງານສາທາລະນະສຸກ ທີ່ມີປະສິດທິພາບ ເຖີງແມ່ນວ່າ ຈະມີເຊື້ອກາຍພັນກໍຕາມ ສິ່ງທີ່ສຳຄັນກໍຄື ຈະຮັບມືກັບການລະ ບາດຂອງເຊື້ອພະຍາດກາຍພັນໄດ້ແນວໃດ ເຖິງແມ່ນວ່າເຮົາຈະບໍ່ສາມາດດັບໄຟໄດ້ ແຕ່ເຮົາກໍຕ້ອງເຮັດໃຫ້ ກຳຈັດວົງໃຫ້ແຄບລົງໃຫ້ໄດ້ ຖ້າຢຸດສູ້ກັບມັນເມືອໃດ ມັນກໍຈະກັບມາອີກ ໂດຍລ່າສຸດ ເຊື່ອໂຄວິດ ກາຍພັນໃນອັງກິດ ຖືກພົບໃນ 94% ປະເທດທົ່ວໂລກແລ້ວ ໂດຍເພີ່ມມາອີກ 8 ປະເທດຈາກອາທິດກ່ອນໃນເວລາດຽວກັນນັ້ນ ເຊື້ອກາຍພັນໃນອາຟີກາໃຕ້ພົບໃນ 46 ປະເທດ ເພີ່ມມາຈາກ ອາ ທິດກ່ອນ 2 ປະເທດ ສ່ວນເຊື້ອກາຍພັນໃນ ບຣາຊິວ ລ່າສຸດພົບແລ້ວໃນ 21 ປະເທດທົ່ວໂລກ ເພີ່ມມາຈາກອາທິດກ່ອນ 6 ປະເທດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...