spot_img
Homeຂ່າວພາຍ​ໃນເກີດເຫດແຜ່ນດິນໄຫວກາງເດິກໃນຍີ່ປຸ່ນເຮັດໃຫ້ມີຜູ້ບາດເຈັບເຖິງ 100 ຄົນ

ເກີດເຫດແຜ່ນດິນໄຫວກາງເດິກໃນຍີ່ປຸ່ນເຮັດໃຫ້ມີຜູ້ບາດເຈັບເຖິງ 100 ຄົນ

Published on

ສຳນັກຂ່າວ NHK ລາຍງານໃນວັນອາທິດທີ 14 ກຸມພາ 2021 ທີ່ຜ່ານມາວ່າ: ແຜ່ນດິນໄຫວລະດັບ 7.1 ແມັກນິຈູດ ເຊິ່ງເກີດຂື້ນໃນເວລາປະມານ 23:08 ຂອງວັນເສົາຕາມເວລາທ້ອງຖິ່ນ. ເຫດດັ່ງກ່າວເຮັດໃຫ້ເກີດດິນເຈື່ອນຂັດຂວາງ ເສັ້ນທາງດ່ວນຂະໜານ “Jo Ban”, ຖະໜົນໃຫຍ່ໃນແຂວງຟູກູຊິມະ ໃນຂະນະທີ່ທາງດ່ວນອີກແຫ່ງໜຶ່ງໃນແຂວງມິຍາງິຖືກຍົກຂຶ້ນມາເປັນໄລຍະທາງເກືອບ 10 ແມັດ.

ໃນຂະນະທີ່ເສັ້ນທາງຫຼວງຫຼາຍແຫ່ງໃນໂຕໂຮຄຸ ໄດ້ຖືກປິດບາງສ່ວນ, ບໍລິການລົດໄຟ ຊິນກັນເຊັນ ໃນສາຍໂຕໂຮຄຸ ລະຫວ່າງສະຖານີ ນາສຸຊິໂອບາຣະ ແລະ ໂມຣິໂອກະ ກໍ່ຖືກຍົກເລີກໃນຕອນເຊົ້າຂອງວັນອາທິດເຊັ່ນດຽວກັນກັບສາຍຍາມາກາຕະ ໂດຍຈະເປີດໃໝ່ຫຼັງຈາກໄດ້ຮັບການຢືນຢັນວ່າທາງລົດໄຟມີຄວາມປອດໄພແລ້ວ.

ສຳນັກຂ່າວ NHK ແຈ້ງວ່າ ຕອນນີ້, ຈຳນວນຜູ້ບາດເຈັບໃນບໍລິເວນທີ່ເກີດແຜ່ນດິນໄຫວໄດ້ເພີ່ມຂຶ້ນເປັນ 109 ຄົນ ໃນ 8 ແຂວງ ໃນນັ້ນລວມມີ ແຂວງມິຍາງິ ແລະ ແຂວງຟູກູຊິມະ ແຕ່ບໍ່ມີລາຍງານຜູ້ເສຍຊີວິດ ໂດຍຊາວບ້ານບາງຄົນບອກກັບສື່ມວນຊົນວ່າ: ແຜ່ນດິນໄຫວທີ່ເກີດຂຶ້ນເຮັດໃຫ້ພວກເຂົານຶກເຖິງແຜ່ນດິນໄຫວຄັ້ງໃຫຍ່ທີ່ເກີດຂື້ນໃນຂົງເຂດດຽວກັນເມື່ອ 10 ປີກ່ອນ.

ອົງການກວດສອບນິວເຄຼຍຂອງຍີ່ປຸ່ນຢືນຢັນວ່າ ບໍ່ພົບຄວາມຜິດປົກກະຕິໃນໂຮງງານນິວເຄຼຍຕາມແຄມຝັ່ງມະຫາສະໝຸດປາຊີຟິກ ລວມທັງຢູ່ໂຮງງານໄຟຟ້ານິວເຄຼຍຟູກູຊິມະ-ໃດອິຈິ ເຊິ່ງແຜ່ນດີນໄຫວເມື່ອ 10 ປີກ່ອນເຮັດໃຫ້ເກີດຄື້ນຍັກສຶນາມິພັດໃສ່ເຕົາປະຕິກອນນິວເຄຼຍລະເບີດ ກາຍເປັນວິກິດການນິວເຄຼຍຄັ້ງໃຫຍ່ຂອງໂລກ.

ແຜ່ນດິນໄຫວຄັ້ງນີ້ຍັງເຮັດໃຫ້ໄຟຟ້າດັບກະທົບຕໍ່ປະຊາຊົນຫຼາຍກວ່າ 850,000 ຄອບຄົວໃນເຂດໂຕໂຮຄຸ ແລະ ຄັນໂຕ ອີກດ້ວຍ ແຕ່ສະຖານະການໄດ້ເລີ່ມກັບຄືນສູ່ສະພາບປົກກະຕິຕະຫຼອດມື້ຄືນທີ່ຜ່ານມາ ໃນຂະນະທີ່ບາງເມືອງຂອງແຂວງມິຍາງິ ແລະ ແຂວງຟູກູຊິມະ  ມີບັນຫານໍ້າປະປາບໍ່ມາ ຍ້ອນທໍ່ນໍ້າແຕກໃນບາງບ່ອນ ເຊັ່ນ: ໃນເມືອງ ອິຊິໂນະມາກິIshinomaki  ຢູ່ແຂວງມິຢາງິ ເຮັດໃຫ້ມີນໍ້າຖ້ວມຫຼາຍເສັ້ນທາງ.

ອົງກອນອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ກ່າວວ່າແຜ່ນດິນໄຫວຄັ້ງລ່າສຸດ ອາດຈະເປັນແຮງສັ່ນສະເທືອນຂອງແຜ່ນດິນໄຫວຂະໜາດໃຫຍ່ເມື່ອ 10 ປີກ່ອນ ເຊິ່ງມີຄວາມແຮງເຖິງ 9,1 ຣິກເຕີ ແລະເຮັດໃຫ້ມີຜູ້ເສຍຊີວິດເກືອບ 16,000 ຄົນ.

ຮຽບຮຽງຂ່າວ: ມົນລະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...