Homeຂ່າວຕ່າງປະເທດໄອໂຟນ 6 ໄຟລຸກ! ໄໝ້ຂາຊາວອາເມຣິກັນຈົນໄດ້ຮັບບາດເຈັບ!

ໄອໂຟນ 6 ໄຟລຸກ! ໄໝ້ຂາຊາວອາເມຣິກັນຈົນໄດ້ຮັບບາດເຈັບ!

Published on

EyWwB5WU57MYnKOuFHKweg79LfWZSb8fHOhoKlM2pHVtlMYCaFLUVt

 

ຊາຍຊາວອາເມຣິກັນ ອ້າງໂທລະສັບໄອໂຟນ 6 ໜ່ວຍໃໝ່ຂອງຕົນບິດງໍ ແລະ ເກີດໄຟລຸກໄໝ້ລາມຊອດໂສ້ງຢີນຂອງເຂົາ

ແລະ ເຮັດໃຫ້ຂາຂອງເຂົາໄດ້ຮັບບາດເຈັບ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ້າວ ຟິລິບ ເລດເທີ ຊາຍຊາວອາເມຣິກັນ ໄດ້ເລົ່າເຫດການທີ່ເກີດຂຶ້ນລົງໃນບລັອກ

ສ່ວນຕົວຂອງລາວທາງອິນເຕີເນັດວ່າ ໃນຂະນະທີ່ເຂົາ ພ້ອມດ້ວຍພັນລະຍາ ແລະ ລູກຊາຍອາຍຸ 7 ປີ ກຳລັງຍ່າງທ່ຽວຊົມ

ມະຫາວິທະຍາໄລອາຣິໂຊນາ ສະຫະລັດອາເມຣິກາ ໄດ້ມີລົດລາກຄັນໜຶ່ງແລ່ນມາຕຳເຂົ້າທາງດ້ານຂ້າງຂອງເລົາ ຈາກນັ້ນ

ເຂົາຈິ່ງຮູ້ສຶກຖືກໄຟໄໝ້ບໍລິເວນຂາ ພ້ອມກັບມີກິ່ນໄໝ້ອອກມາຈາກໂສ້ງຢີນ ເຊິ່ງຕໍ່ມາບໍ່ດົນ ເຂົາກໍຈິ່ງຮູ້ວ່າ ສາເຫດມາ

ຈາກໄອໂຟນ 6 ຂອງເຂົາທີ່ຢູ່ໃນຖົງໂສ້ງ ຢູ່ໃນສະພາບບິດງໍ ແລະ ເກີດໄຟລຸກໄໝ້.

 

ໃນເວລານັ້ນ ມີຜູ້ພົບເຫັນເຫດການຄົນໜຶ່ງ ໄດ້ພະຍາຍາມໃຊ້ນ້ຳຢູ່ໃນຈອກ ຮວດໃສ່ໂສ້ງຂອງເຂົາບ່ອນທີ່ເກີດໄຟໄໝ້

ເພື່ອດັບໄຟ ແລະ ມີຊາຍອີກຄົນໜຶ່ງກໍພະຍາຍາມຊ່ວຍນຳໂທລະສັບໄອໂຟນອອກຈາກໂສ້ງຖິ້ມລົງພື້ນ ຈົນເຮັດໃຫ້ນິ້ວ

ມືຂອງຊາຍຄົນດັ່ງກ່າວໄດ້ຮັບບາດເຈັບ.

 

ເຫດການດັ່ງກ່າວໄດ້ເຮັດໃຫ້ເຂົາຕ້ອງເຂົ້າເຂົ້າປິ່ນປົວ ບາດແຜໄຟໄໝ້ຮຸນແຮງບໍລິເວນຂາ ລວມເຖິງປິ່ນປົວກະໂພກ

ກົ້ນຂອງເຂົາ ທີ່ໄດ້ຮັບບາດເຈັບຈາກການນຳເອົາໂທລະສັບອອກຈາກຖົງໂສ້ງ.

 

ທັງນີ້ ໄດ້ມີຜູ້ໃຊ້ງານໂທລະສັບໄອໂຟນ 6 ພລັສ ບາງລາຍໄດ້ກ່າວວ່າ ໂທລະສັບເກີດການບິດງໍ ຈາກການໃສ່ໂທລະສັບໄວ້

ໃນຖົງໂສ້ງ, ແຕ່ທາງບໍລິສັດແອັບເປີ້ນ ໄດ້ອອກມາກ່າວວ່າ ມີຜູ້ຮ້ອງຮຽນມາຍັງບໍລິສັດ ວ່າໂທລະສັບໄອໂຟນ 6 ພລັສ

ເກີດການບິດງໍພຽງ 9 ລາຍ ຈາກຜູ້ທົດລອງໃຊ້ທັງໝົດ 15,000 ລາຍ.

 

ເບິ່ງຄລິບ: https://www.youtube.com/watch?v=OvhlET39RnM

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...