Homeຂ່າວພາຍ​ໃນ"ບໍ່ມີວັນຈາກ" ຮູບເງົາທີ່ຍາດມາໄດ້ຫຼາຍລາງວັນ ແລະ ຈະໄດ້ເຂົ້າສາຍຮອບປະຖົມມະເລີກຢູ່ລາວ

“ບໍ່ມີວັນຈາກ” ຮູບເງົາທີ່ຍາດມາໄດ້ຫຼາຍລາງວັນ ແລະ ຈະໄດ້ເຂົ້າສາຍຮອບປະຖົມມະເລີກຢູ່ລາວ

Published on

“ບໍ່ມີວັນຈາກ” ຮູບເງົາທີ່ຄວ້າລາງວັນໃນຫລາຍເທສະການໂລກ ແລະ ກັບຄືນສູ່ການສາຍຮອບປະຖົມມະເລີກທີ່ບ້ານເກີດ

ຮູບເງົາທີ່ຄວ້າມາໄດ້ຫຼາຍລາງວັນ ເລື່ອງ “ບໍ່ມີວັນຈາກ” ໄດ້ນຳເຂົ້າສາຍຮອບພິເສດຢູ່ບ້ານເກີດຄື ສປປ ລາວໃນຕອນຄໍ່າວັນຈັນທີ່ຜ່ານມາ ທີ່ນະຄອນຫຼວງວຽງຈັນ.

ຖືວ່າ ເປັນຮູບເງົາລາວເລື່ອງທຳອິດ ທີ່ຄວ້າໄດ້ຫລາຍລາງວັນມາຝາກແຟນໆຫນັງ ກັບຮູບເງົາເລື່ອງ “ບໍ່ມີວັນຈາກ” ຈາກຝີມືການກຳກັບ ໂດຍຜູ້ກຳກັບຍິ່ງຄົນທຳອິດ ທີ່ມີເຊື້ສາຍລາວ ນັ້ນກໍ່ຄື ແມັດຕີ້ ໂດ ແລະ ໄດ້ເປີດໂຕ ໃນຮອບສື່ມວນຊົນ ໃນວັນຈັນ ທີ 8 ກຸມພາ ທີ່ຜ່ານມາ.

ຮອບປະຖົມມະເລີກຄັ້ງນີ້ ຈັດຂຶ້ນທີ່ໂຮງໜັງເມເຈີແພລັດຕິນຳ ຊີນີເພລັກ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ຄຳເພົ້າ ວັນນະວົງ – ຫົວໜ້າກົມຮູບເງົາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ດຣ. ປິເຕີຣ໌ ເອັມ ເຮມອນ – ເອກອັກຄະລັດຖະທູດສະຫະລັດອາເມລິກາປະຈຳລາວ, ມີບັນດາລັດຖະທູດ, ເຈົ້າໜ້າທີ່ລະດັບສູງ, ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

     ຮູບເງົາເລື່ອງນີ້ ຜະລິດໂດຍບໍລິສັດ ລາວອາດມີເດຍ (Lao Art Media) ຮ່ວມກັບ ສຄຣີນ ດິວິເຊິນ (Screen Division) ຈາກປະເທດສະເປນ, ແລະ ບໍລິສັດໂປດັກຊັ່ນຂອງສິງກະໂປ ອີກດ້ວຍ. ຮູບເງົາ “ບໍ່ມີວັນຈາກ” ເປັນຮູບເງົາເລື່ອງທໍາອິດໃນປະຫວັດສາດຂອງວົງການຫນັງລາວທີ່ໄດ້ເຂົ້າສາຍໃນຮອບປະຖົມມະເລີກ ໃນເທສະການຮູບເງົາໃຫຍ່ໆ ທີ່ໂດ່ງດັງ ໃນຫຼາຍແຫ່ງທົ່ວໂລກມາແລ້ວ.

“ບໍ່ມີວັນຈາກ” ໄດ້ຮັບການເຂົ້າສາຍໃນງານຫລາກຫລາຍເທສະການຮູບເງົາ ຊັ້ນນຳຂອງໂລກ ເຊັ່ນ: ເທສະການຮູບເງົາສາກົນເວນິສ, ໂທຣອນໂຕ (TIFF), ບູຊານ, ໂກເທບອກ, ເທສະການຮູບເງົາສາກົນຣັອດເຕີອະດັມ, ເທສະການຮູບເງົາສາກົນໂຕກຽວ, ເທສະການຮູບເງົາສາກົນວໍຣ໌ຊໍ, FIFF Namur, ແລະ ເທສະການຮູບເງົາຊິດຈັສ.

ຮູບເງົາເລື່ອງນີ້ນຳສະແດງໂດຍນັກສະແດງລາວຜູ້ຊົງຄຸນນະວຸດ ນັ້ນກໍ່ຄື ນະວຸດທິ ຈັນທະລັງສີ ທີ່ຄົນລາວຮູ້ຈັກກັນດີ ໃນຊື່ ພໍ່ຊຽງຍານ, ຕາມມາດ້ວຍ ນັກສະແດງຫນ້າໃຫມ່ ປໍ ສີລັດສາ, ນຸດນະພາ ສ້ອຍດາລາ, ຈັນສະໝອນ ອິນອຸດົມ  ແລະ ຕັອດລີ່ນາ ວິລຸນາ ເພັດມະນີ ນັກສະແດງຄູ່ຂວັນ ຂອງແມັດຕີ້.

ນອກຈາກນັ້ນ, ຮູບເງົາໄດ້ຮັບລາງວັນຫຼາກຫຼາຍໃນຕ່າງປະເທດເຊັ່ນ: ລາງວັນນັກສະແດງນຳຊາຍດີເດັ່ນໃນສະຫະລັດອາເມລິກາ ແລະ ຟີລິບປິນ (ຊຽງຍານ ແລະ ປໍ) , ຮາງວັນຊ່າງພາບດີເດັ່ນໃນສະຫະລັດອາເມລິກາ (ແມັດທິວ ມາຄາຣ໌), ລາງວັນຜູ້ກຳກັບດີເດັ່ນ ໃນມະຫະກຳຮູບເງົາ ສິດເຈສ ວີຊັນ (ສະເປນ) ແລະ ມະຫະກຳຮູບເງົາສາກົນລູສກາ (ປໍໂຕຣີໂກ) (ແມັດຕີ້ ໂດ), ແລະ ລາງວັນນະວັດຕະກຳດ້ານການເລົ່າເລື່ອງໃນສະຫະລັດອາເມລິກາ.

ສຳລັບເນື້ອໃນຂອງຮູບເງົາເລື່ອງນີ້ ແມ່ນເວົ້າເຖິງຄວາມດີ້ນຮົນຕໍ່ສູ້ຂອງຊາຍໄວຊະລາຄົນຜູ້ໜຶ່ງທີ່ອາໄສຢູ່ໃນເຂດຊົນນະບົດ ໃນຂະນະທີ່ລາວຕ້ອງໄດ້ປະເຊີນໜ້າກັບຄວາມເຈັບປວດເສຍໃຈ ແລະ ຄວາມບອບຊໍ້າທາງຈິດໃຈຈາກການສູນເສຍແມ່ຕັ້ງແຕ່ຕອນຍັງນ້ອຍ. ເມື່ອລາວໄດ້ຄົ້ນພົບວ່າຕົນຍັງມີໂອກາດທີ່ຈະເດີນທາງຍ້ອນເວລາໄດ້ ເພື່ອຈະໄດ້ກັບໄປທົບທວນຕົນເອງໃນສະໄໝທີ່ຍັງເປັນເດັກນ້ອຍຄືນອີກຄັ້ງ, ລາວໄດ້ພະຍາຍາມປັບປ່ຽນເສັ້ນເວລາ, ທັງພະຍາຍາມປ່ຽນແປງຊີວິດໄວເດັກ ກັບໄວປັດຈຸບັນຂອງຕົນເອງ ເພື່ອໃຫ້ເປັນຕາມສິ່ງທີ່ຫວັງໄວ້ ແຕ່ມັນກໍ່ຍິ່ງແປງໄປໃນຮູບແບບທີ່ບໍ່ຄາດຝັນມາກ່ອນ.

ທ່ານ ນາງ ແມັດຕີ້ ໂດ, ຜູ້ກຳກັບຮູບເງົາໄດ້ກ່າວໃນງານວ່າ “ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຮູບເງົາເລື່ອງນີ້ຈະຖືກໃຈທ່ານຜູ້ຊົມພາຍໃນປະເທດຂອງພວກເຮົາ. ພວກເຮົາຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບການຕອບຮັບເປັນຢ່າງດີໃນລະດັບສາກົນ, ແລະ ປັດຈຸບັນນີ້ ຮູບເງົາເລື່ອງນີ້ໄດ້ນໍາເຂົ້າມາສາຍໃນປະເທດບ້ານເກີດແລ້ວ ແລະ ພວກເຮົາຫວັງວ່າທ່ານຜູ້ຊົມຂອງພວກເຮົາຈະມີຄວາມພາກພູມໃຈ ແລະ ດີໃຈທີ່ໄດ້ໃຫ້ການສະໜັບສະໜູນສິລະປິນ ແລະ ຄວາມບັນເທີງຈາກປະເທດບ້ານເກີດຂອງພວກເຮົາ.”

      ຮູບເງົາເລື່ອງ “ບໍ່ມີວັນຈາກ” ຈະເຂົ້າສາຍໃນໂຮງຮູບເງົາ ທີ່ ເມເຈີຊີນີເພລັກ (Major Cineplex) ແລະ ຊີຕີເພລັກດົງໂດກ (Cityplex Dongdok) ໃນວັນພະຫັດ(11 ກຸມພາ 2021)ທີ່ຈະມາເຖິງນີ້ ພ້ອມມີຄຳບັນລະຍາຍເປັນພາສາອັງກິດພ້ອມ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...