spot_img
Homeຂ່າວຕ່າງປະເທດຊູຊູກິໂຈະການຜະລິດລົດຍົນໃນມຽນມາຫຼັງຈາກການກໍ່ລັດຖະປະຫານ

ຊູຊູກິໂຈະການຜະລິດລົດຍົນໃນມຽນມາຫຼັງຈາກການກໍ່ລັດຖະປະຫານ

Published on

ບໍລິສັດ Suzuki Motor Corp ປະກາດໂຈະການຜະລິດພາຫະນະຢູ່ສອງໂຮງງານໃນມຽນມາ. ເພື່ອຮັບປະກັນຄວາມປອດໄພຂອງພະນັກງານຂອງບໍລິສັດພາຍຫຼັງລັດຖະບານທະຫານມຽນມຢຶດອຳນາດຈາກລັດຖະບານພົນລະເຮືອນ.

Suzuki, ຜູ້ຜະລິດລົດຍົນຍີ່ປຸ່ນກ່າວໃນມື້ນີ້ ບໍລິສັດໄດ້ໂຈະການຜະລິດລົດຢູ່ໂຮງງານໃນເມືອງ Yangon ໃນມື້ວານນີ້ບ່ອນທີ່ໂຮງງານທັງສອງແຫ່ງມີພະນັກງານທັງ ໝົດ 400 ຄົນ, ບໍລິສັດ Suzuki ຍັງບໍ່ທັນຕັດສິນໃຈວ່າຈະສືບຕໍ່ຜະລິດລົດຢູ່ມຽນມາໃນເວລາໃດ.

ກອງທັບມຽນມາໄດ້ເຂົ້າຢຶດອຳນາດລັດຖະບານໃນມື້ວານນີ້. ໃນຂະນະທີ່ກັກຂັງ ທ່ານນາງ ອອງ ຊານ ຊູຈີທີ່ປຶກສາແຫ່ງລັດ ແລະ ຜູ້ນຳອື່ນໆ ແລະ ໄດ້ປະກາດພາວະສຸກເສີນທົ່ວປະເທດເປັນເວລາ 1 ປີໃນຂະນະທີ່ສັນຍາວ່າຈະມີການເລືອກຕັ້ງທົ່ວໄປຫຼັງຈາກນັ້ນ.

ກອງທັບມຽນມາອ້າງເຖິງເຫດຜົນຂອງການກໍ່ລັດຖະປະຫານຄັ້ງນີ້ ເກີດຈາກການສໍ້ໂກງໃນການເລືອກຕັ້ງເມື່ອເດືອນພະຈິກທີ່ຜ່ານມາ. ເຊິ່ງສົ່ງຜົນໃຫ້ພັກ NLD ຂອງທ່ານນາງ ອອງ ຊານ ຊູຈີ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...