Homeຂ່າວຕ່າງປະເທດອາຊຽນຮຽກຮ້ອງໃຫ້ມຽນມາແກ້ໄຂບັນຫາການເມືອງໂດຍສັນຕິວິທີ

ອາຊຽນຮຽກຮ້ອງໃຫ້ມຽນມາແກ້ໄຂບັນຫາການເມືອງໂດຍສັນຕິວິທີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກຈາກາຕາ ອິນໂດເນເຊຍໃນວັນທີ 1 ກຸມພານີ້ວ່າ ກອງເລຂາອາຊຽນປະຈຳອາຊຽນຢູ່ຈາກາຕາ ແລະ ໃນປີນີ້ປະເທດບຣູໄນ ກຳລັງດຳລົງຕຳແໜ່ງປະທານາທິບໍດີ ເຜີຍແຜ່ຖະແຫຼງການໃນວັນຈັນທີ່ຜ່ານມາ ກ່ຽວກັບສະພາບການລັດຖະປະຫານຢູ່ມຽນມາ ແລະ ໄດ້ປະກາດພາວະສຸກເສີນເປັນເວລາດົນນານ, ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມກັນຊອກຫາເສັ້ນທາງທີ່ເປັນກາງປະນີປະນອມ ແລະ ການເຈລະຈາເພື່ອເຮັດໃຫ້ສະຖານະການກັບຄືນສູ່ສະພາບປົກກະຕິ.

ພ້ອມດຽວກັນນີ້, ອາຊຽນຂໍເນັ້ນໜັກວ່າຄວາມໝັ້ນຄົງດ້ານການເມືອງຂອງສະມາຊິກອາຊຽນທັງໝົດ ແມ່ນກົນໄກທີ່ສຳຄັນທີ່ຈະນຳໄປສູ່ປະຊາຄົມອາຊຽນທີ່ມີສັນຕິພາບ, ເອກະພາບ ແລະ ຈະເລີນຮຸ່ງເຮືອງ.

ນອກຈາກນັ້ນ, ໜຶ່ງ ໃນບັນດາປັດໃຈຫຼັກຂອງກົດບັດອາຊຽນ ແມ່ນການປະຕິບັດທີ່ຮູ້ກັນໃນນາມ “ເສັ້ນທາງອາຊຽນ” ຫຼື “ວິຖີອາຊຽນ” ແມ່ນການຮ່ວມມືລະຫວ່າງ 10 ປະເທດສະມາຊິກຕັ້ງຢູ່ບົນພື້ນຖານການບໍ່ມີຂໍ້ຂັດແຍ່ງ ໂດຍບໍ່ແຊກແຊງກິດຈະການພາຍໃນລະຫວ່າງກັນ ເນື່ອງຈາກແຕ່ລະປະເທດລ້ວນມີລະບອບປົກຄອງ, ສັງຄົມ ແລະ ວັດທະນະທຳທີ່ແຕກຕ່າງກັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...