Homeຂ່າວທ້ອງຖິ່ນລັດຖະບານຈະສຸມໃສ່ພັດທະນາດ້ານສີມືແຮງງານ

ລັດຖະບານຈະສຸມໃສ່ພັດທະນາດ້ານສີມືແຮງງານ

Published on

ລັດຖະບານ ໄດ້ກຳນົດທິດທາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021 – 2025 ) ໂດຍໄດ້ກຳນົດຫຼາຍແຜນວຽກຈຸດສຸມ, ໜຶ່ງໃນນັ້ນກໍແມ່ນແຜນວຽກຈຸດສຸມການພັດທະນາກຳລັງແຮງງານໄດ້ຮັບການພັດທະນາດ້ານສີມື, ຄວາມຊຳນານງານ ແລະ ມີລະບຽບວິໄນສູງຂຶ້ນ ທັງມີ ຄວາມຫຼາກຫຼາຍວິຊາຊີບ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍໄດ້ສູງຂຶ້ນ, ສາມາດຕອບສະໜອງ ຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ.

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021-2025 ) ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນ 2021 ວ່າ: ລັດຖະບານໄດ້ວາງແຜນວຽກຈຸດສຸມໃນການພັດທະນາກຳລັງແຮງງານ ເຊິ່ງບາງຄາດໝາຍຊຸກຍູ້ໃຫ້ກຳລັງແຮງງານເພີ່ມເປັນ 2,57 ລ້ານຄົນ, ສົ່ງ ເສີມການຈັດຫາວຽກເຮັດງານທຳໃຫ້ກຳລັງແຮງງານທີ່ເພີ່ມໃໝ່ໃນຕະຫຼາດແຮງງານ ແລະ ຂະ ແໜງການເສດຖະກິດທັງໃນຕົວເມືອງ ແລະ ຊົນນະບົດຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 392.197 ຄົນ, ໃນນີ້ ຜູ້ຢູ່ນອກກຳລັງແຮງງານທີ່ ພ້ອມເຂົ້າສູ່ການເຮັດວຽກ 355.620 ຄົນ ແລະ ຜູ້ວ່າງງານ 36.577 ຄົນ.

ການພັດທະນາສີມືແຮງງານໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ ແລະ ຜູ້ທີ່ຈະເຂົ້າຕຳແໜ່ງງານໃໝ່ ໃຫ້ໄດ້ 15.000 ຄົນ, ທົດສອບມາດຕະຖານສີມືແຮງງານ ໃນ 32 ສາຂາອາຊີບ ໃຫ້ໄດ້ຢ່າງໜ້ອຍ 1.700 ຄົນ, ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍແຮງງານຕາມສາຂາອາຊີບຕ່າງໆໃນການພັດທະນາສີມືແຮງງານ ໃຫ້ໄດ້ 25.000 ຄົນ.

ສຳລັບວຽກງານຈຸດສຸມແມ່ນພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍສາຂາອາຊີບ ທີ່ສອດຄ່ອງກັບການຫັນປ່ຽນໂຄງປະກອບເສດຖະກິດຕາມທິດອຸດສາຫະກຳ ແລະ ທັນສະໄໝ, ດຸ່ນດ່ຽງແຮງງານໃຫ້ສົມສ່ວນ ກັບຄວາມຕ້ອງການຂອງຕະຫຼາດ, ຍົກສູງຜະລິດຕະພາບແຮງງານສູງຂຶ້ນ ແລະ ມີລາຍໄດ້ທີ່ເໝາະສົມ, ສ້າງຄວາມເຂັ້ມແຂງສາຍພົວພັນແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍສຸມໃສ່ສ້າງ, ປັບປຸງໂຄງລ່າງພື້ນຖານ ແລະ ກົນໄກການພັດທະນາສີມືແຮງງານລະ ຫວ່າງພາກລັດ, ພາກເອກະຊົນ, ຫົວໜ່ວຍແຮງງານຄູ່ຮ່ວມພັດທະນາ ແລະ ໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ມີ ຄວາມກົມກຽວກັນໃນການສະໜອງການສ້າງຂີດຄວາມສາມາດ ແລະ ການຝຶກອົບຮົມຕົວຈິງ ສ້າງຫຼັກສູດ ແລະ ມາດຖານການຝຶກສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ຫຼາຍຂຶ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...