Homeຂ່າວທ້ອງຖິ່ນອັດຕະປືຈະປິດເເຂວງທັນທີໃນກໍລະນີແຂວງໃກ້ຄຽງມີການລະບາດຂອງໂຄວິດ-19 ເພີ່ມຂຶ້ນ

ອັດຕະປືຈະປິດເເຂວງທັນທີໃນກໍລະນີແຂວງໃກ້ຄຽງມີການລະບາດຂອງໂຄວິດ-19 ເພີ່ມຂຶ້ນ

Published on

ເພື່ອເປັນການປ້ອງກັນພະຍາດໂຄວິດ-19 ທີ່ຍັງມີການແຜ່ລະບາດຢູ່ປະເທດອ້ອມຂ້າງ ແລະ ໃນໂລກ, ອໍານາດການປົກຄອງແຂວງອັດຕະປືໄດ້ອະນຸຍາດໃຫ້ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດຂັ້ນແຂວງອັດຕະປືສາມາດອອກແຈ້ງການປິດເເຂວງອັດຕະປືໄດ້ແບບອັດຕະໂນມັດ ໃນກໍລະນີຖ້າພົບວ່າຢູ່ແຂວງໃກ້ຄຽງມີການແຜ່ລະບາດຂອງພະຍາດໂຄວິດ-19 ເພີ່ມຂຶ້ນຈາກ 1 ເປັນ 2 ຈາກ 2 ຫຼື 3.

ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງແຂວງອັດຕະປື ແຈ້ງໃຫ້ຮູ້ວ່າ: ໃນໄລຍະນີ້ໄດ້ມີການແຜ່ລະບາດຮອບໃໝ່ຂອງພະຍາດໂຄວິດ-19 ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ, ອໍານາດການປົກຄອງແຂວງອັດຕະປືຍັງໄດ້ມອບໃຫ້ກໍາລັງ ປກສ ແຂວງ, ເມືອງ, ພະແນກສາທາລະນະສຸກ ແຂວງ, 5 ຕົວເມືອງລົງກວດຈຸດສ່ຽງທີ່ຈະມີແຮງງານລັກລອບເຂົ້າ-ອອກເມືອງທີ່ຜິດກົດໝາຍ, ໃຫ້ບັນດາເມືອງແຈ້ງການເຖິງບັນດາບ້ານ ເພື່ອໃຫ້ມີສະຕິ ແລະ ໃຫ້ຄວາມຮ່ວມມື ຕໍ່ເຈົ້າໜ້າທີ່ໃນການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ.

ພ້ອມນັ້ນ, ຍັງໃຫ້ຄະນະສະເພາະກິດກໍານົດຈຸດກັກກັນຄືນໃໝ່ ແລະ ວາງມາດຕະການຄືນໃໝ່ຕໍ່ແຮງ ງານ, ນັກສຶກສາ ແລະ ນັກທຸລະກິດທີ່ເດີນທາງເຂົ້າ-ອອກແຂວງອັດຕະປື, ບັນຮ້ານບັນເທິງ ແລະ ຮ້ານຄາລາໂອເກະ ແມ່ນໃຫ້ປະຕິບັດການ ເປີດ-ປິດ ຕາມລະບຽບການຢ່າງເຂັ້ມງວດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...