Homeຂ່າວພາຍ​ໃນປິດເມືອງຕົ້ນເຜິ້ງຄັ້ງທີ 2 ຍ້ອນພົບແຮງງານຈີນຕິດໂຄວິດ-19 ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

ປິດເມືອງຕົ້ນເຜິ້ງຄັ້ງທີ 2 ຍ້ອນພົບແຮງງານຈີນຕິດໂຄວິດ-19 ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ

Published on

ຮອງເຈົ້າແຂວງບໍ່ແກ້ວ ໄດ້ສັ່ງປິດເທດສະບານເມືອງຕົ້ນເຜິ້ງ ເປັນຄັ້ງທີ 2 ຫຼັງຈາກມີຂ່າວວ່າແຮງງານຈີນຕິດເຊື້ອພະຍາດໂຄວິດ-19.

ອີງຕາມການລາຍງານຈາກ ໜັງສືພິມວຽງຈັນທາມ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອຄົນນີ້ ມີອາການໄຂ້ ແລະ ໄດ້ເຂົ້າປິ່ນປົວຢູ່ໂຮງໝໍເມືອງຕົ້ນເຜິ້ງ ໃນວັນທີ 8 ມັງກອນ ປີ 2021 ທີ່ຜ່ານມາ ຈາກນັ້ນລາວໄດ້ຖືກຍົກຍ້າຍໄປໂຮງໝໍ ແຂວງບໍ່ແກ້ວ ກ່ອນທີ່ຈະຖືກຍ້າຍໄປປະເທດຈີນ.

ສ່ວນຜູ້ໃກ້ຊິດ ແລະ ບັນດາພະນັກງານແພດທີ່ໄດ້ມີການພົວພັນກັບຜູ້ຕິດເຊື້ອ, ແມ່ນຈະຖືກກັກໂຕຢ່າງເຂັ້ມງວດ.

ການປິດເທດສະບານເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ 14 ວັນ) ເລີ່ມແຕ່ວັນທີ 12 ມັງກອນ ເຖິງ 25 ມັງກອນ 2021 ໂດຍມີຂໍ້ຈຳກັດໃນການເດີນທາງ, ຍົກເວັ້ນການເດີນທາງທີ່ ຈຳເປັນເຊັ່ນ: ໄປໂຮງໝໍ, ໄປໂຮງຮຽນ ແລະ ຊື້ເຄື່ອງຂອງຕ່າງໆ.

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແຫ່ງຊາດ ໄດ້ເລີ່ມຕິດຕາມການຕິດຕໍ່ພົວພັນກັບເຈົ້າໜ້າທີ່ລາວ ແລະຈີນ, ໃນຂະນະທີ່ ອຳນາດການປົກຄອງແຂວງໄດ້ຮັບຄຳສັ່ງໃຫ້ເກັບຕົວຢ່າງຈາກຜູ້ໃດທີ່ມີອາການຄ້າຍຄືກັບພະຍາດໂຄວິດ-19.

ຕາມການລາຍງານຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ແຫ່ງຊາດ ລະບຸວ່າ: ໃນລາວ ມີຈຳນວນ 96,939 ຄົນ ທີ່ໄດ້ຮັບການກວດຫາເຊື້ອໄວຣັສ ໂຄວິດ-19 ເຊິ່ງໃນນັ້ນມີຜູ້ຕິດເຊື້ອ ຈຳນວນ 41 ຄົນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...