Homeຂ່າວທ້ອງຖິ່ນເມືອງໂຂງພົບການໃຊ້ສານພິດ ຫຼື ສານເຄມີເພື່ອຫາປາ

ເມືອງໂຂງພົບການໃຊ້ສານພິດ ຫຼື ສານເຄມີເພື່ອຫາປາ

Published on

ຊາວປະມົງ ຫຼື ຜູ້ຫາປາຈໍານວນໜຶ່ງຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງໃຊ້ວິທີຫາປາແບບ ຜິດກົດໝາຍ ແລະ ບໍ່ຄໍານຶງເຖິງສະພາບແວດລ້ອມ ແລະ ຜູ້ບໍລິໂພກ ໂດຍການໃຊ້ສານພິດ ຫຼື ສານເຄມີຖອກລົງແມ່ນໍ້າ ເພື່ອເບື່ອປາ ຫຼື ຫາປາໂດຍໃຊ້ເວລາພຽງ 5 ນາທີ ແລະ ເມື່ອປາຖືກສານພິດກໍຈະຂຶ້ນມາຟູຫາຍໃຈຢູ່ໜ້ານໍ້າ ແລະ ໃຊ້ອຸປະກອນຫາປາຕັກເອົາ.

ທ່ານ ສົມພອນ ພົນມະນີວົງ ຜູ້ຈັດການດ້ານສິ່ງແວດລ້ອມ ແລະ ສັງຄົມຂອງເຂື່ອນໄຟຟ້າພະລັງງານນໍ້າ ດອນສະຮົງ ຢູ່ ເມືອງໂຂງ ແຂວງຈໍາປາສັກ ໄດ້ກ່າວເມື່ອວັນທີ 6 ມັງກອນ 2021 ກັບທີມງານ ວຽງຈັນທາຍ ທີ່ຜ່ານມາ ກ່ຽວກັບເລື່ອງດັ່ງກ່າວວ່າ: ການໃຊ້ສານພິດ ຫຼື ສານເຄມີເພື່ອຫາປາແມ່ນພົບເຫັນຢູ່ທົ່ວໄປພາຍໃນເມືອງໂຂງ ເຊິ່ງເມືອງໂຂງຖືວ່າເປັນເມືອງທີ່ຮູ້ຈັກກັນມາດົນນານ ສຳລັບການຫາປາ ເຊິ່ງມີປາຈໍານວນຫຼາຍ ຖືກຈັບຢູ່ທີ່ນີ້ ແລະ ຖືກສົ່ງຂາຍຢູ່ຕະຫຼາດພາຍໃນປະເທດ, ອາດເວົ້າໄດ້ວ່າການຂາຍປານີ້ເປັນການຄ້າຂາຍ ທີ່ເປັນສັນຍາລັກຢູ່ເຂດພາກໃຕ້ຂອງລາວ.

ປາຢູ່ເຂດເມືອງໂຂງແມ່ນມາຈາກເສັ້ນທາງນໍ້າທຳມະຊາດ ແຕ່ການນຳໃຊ້ສານເຄມີເພື່ອຫາປາຈະເຮັດໃຫ້ປາມີສານປົນເປື້ອນສານເຄມີທີ່ສາມາດສ້າງຄວາມອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ອາດກໍ່ໃຫ້ເກີດມະເຮັງ ຫຼື ເສຍຊີວິດໄດ້. ທ່ານ ສົມພອນ ໄດ້ກ່າວຕື່ມວ່າ: ປະຈຸບັນນີ້ໄດ້ມີການຈັດຕັ້ງຄະນະສະເພາະກິດ ຢູ່ 6 ບ້ານ ເພື່ອສະກັດກັ້ນວິທີການຫາປາທີ່ຜິດກົດໝາຍ ໂດຍສະເພາະການໃຊ້ສານເຄມີ ແລະ ກວດຄືນກ່ຽວກັບການຫ້າມເຮັດຕ້ອນເພື່ອດັກເອົາປາ ແລະ ການໃຊ້ມອງເພື່ອຫາປາ ທີ່ມີການຫ້າມໃນໄລຍະທີ່ຜ່ານມາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...