Homeຂ່າວຕ່າງປະເທດແຈັກໝ່າບໍ່ປະກົດຕົວ 2 ເດືອນ! ຫຼັງຖືກລັດຖະບານຈີນກວດສອບ

ແຈັກໝ່າບໍ່ປະກົດຕົວ 2 ເດືອນ! ຫຼັງຖືກລັດຖະບານຈີນກວດສອບ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທ່ານ ແຈັກໝ່າ ມະຫາເສດຖີນັກທຸລະກິດຈີນ ແລະ ຜູ້ກໍ່ຕັ້ງບໍລິສັດ ອາລີບາບາ ບໍ່ປະກົດຕົວຕໍ່ສາທາລະນະເປັນເເວລາ ເດືອນແລ້ວ ຫຼັງຈາກທີ່ເຂົາໄດ້ກ່າວທ້າທາຍລະບຽບການເງິນທະນາຄານຂອງປະເທດ ຈົນເຮັດໃຫ້ລັດຖະບານຈີນຂັດຂວາງການເປີດຂາຍຫຸ້ນຄັ້ງທຳອິດຂອງ ບໍລິສັດ Ant Group ເຊິ່ງເປັນໜຶ່ງໃນບໍລິສັດຂອງແຈັກໝ່າ.

ກ່ອນໜ້ານີ້ສຳນັກຂ່າວ Bloomberg ໄດ້ອ້າງແຫຼ່ງຂ່າວທີ່ຄຸ້ນເຄີຍກ່ຽວກັບເລື່ອງນີ້ວ່າ ລັດຖະບານຈີນແນະນຳໃຫ້ແຈັກໝ່າ ຢູ່ໃນປະເທດຈີນຢ່າງໜ້ອຍຈົນເຖິງເດືອນທັນວາ 2020.

ຈາກເຫດການທີ່ເກີດຂຶ້ນດັ່ງກ່າວເຮັດໃຫ້ສັງຄົມເຊື່ອວ່າຕອນນີ້ ແຈັກໝ່າ ກຳລັງຕົກຢູ່ໃນຄວາມຫຍຸ້ງຍາກ.

ທັງນີ້,​ນອກຈາກເຂົາຈະຫາຍຕົວໄປຈາກສາທາລະນະແລ້ວ ຈາກການລາຍງານຂອງສຳນັກຂ່າວ Bloomberg ທ່ານ ແຈັກ ໝ່າ ຕ້ອງເສຍເງິນ 11,000 ລ້ານໂດລາ ນັບຕັ້ງແຕ່ທ້າຍເດືອນທັນວາ 2020 ເຊິ່ງຕອນນີ້ມູນຄ່າຊັບສິນຂອງເຂົາຢູ່ທີ່ 50,000 ລ້ານໂດລາ. ເຊິ່ງກ່ອນໜ້ານີ້ແຈັກໝ່າມີຊັບສິນສູງເຖິງ 61,700 ລ້ານໂດລາ.

ຊັບສິນທີ່ຫຼດລົງໄດ້ເກີດຂຶ້ນໃນຊ່ວງທີ່ ແຈັກໝ່າ ຖືກລັດຖະບານຈີນກວດສອບຢ່າງໜັກເລື່ອງການເຮັດທຸລະກິດຜູກຂາດ ໂດຍສະເພາະແມ່ນການທີ່ລັດຖະບານຈີນສັ່ງໂຈະການເປີດຂາຍຫຸ້ນຄັ້ງທຳອິດຂອງ ບໍລິສັດ Ant Group ທີ່ແຈັກໝ່າໄດ້ສ້າງຂຶ້ນໃຫ້ກາຍເປັນຟິນເທດຊັ້ນນຳຂອງໂລກ ເຊິ່ງຫາກຂາຍ IPO ສຳເລັດ ແຈັກໝ່າ ອາດຈະກາຍເປັນຄົນລວຍທີ່ສຸດໃນອາຊີທັນທີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...