Homeຂ່າວທ້ອງຖິ່ນຫສມ ວັງວຽງ ໃຫ້ມີການເກັບຄ່າທາງດ່ວນກັບລົດອຳບູລັງສົ່ງຄົນເຈັບຂຶ້ນທາງດ່ວນ

ຫສມ ວັງວຽງ ໃຫ້ມີການເກັບຄ່າທາງດ່ວນກັບລົດອຳບູລັງສົ່ງຄົນເຈັບຂຶ້ນທາງດ່ວນ

Published on

ຫ້ອງການສາທາລະນະສຸກເມືອງວັງວຽງ ຕົກລົງເຫັນດີໃຫ້ມີການເກັບຄ່າທາງດ່ວນກັບລົດອຳບູລັງສົ່ງຄົນເຈັບຂຶ້ນທາງດ່ວນ.

ໃນວັນທີ 28 ທັນວາ 2020 ຫ້ອງການສາທາລະນະສຸກເມືອງວັງວຽງ ໄດ້ອອກຂໍ້ຕົກລົງສະບັບເລກທີ 1904/ຫສມ ຕົກລົງເຫັນດີໃຫ້ມີການເກັບຄ່າທາງດ່ວນກັບລົດອຳບູລັງສົ່ງຄົນເຈັບຂຶ້ນທາງດ່ວນ ເຊິ່ງມີລາຍລະອຽດດັ່ງນີ້:

ມາດຕາ 1: ຕົກລົງເຫັນດີໃຫ້ຄົນເຈັບ ຫຼື ພີ່ນ້ອງຄົນເຈັບຊ່ວຍຈ່າຍຄ່າທາງດ່ວນຈາກໂຮງໝໍວັງວຽງ ຫາ ໂຮງໝໍແຂວງແມ່ນຈ່າຍ 114,000 ກີບ/ຕໍ່ຄັ້ງ, ລາຄາທາງດ່ວນຈາກໂຮງໝໍວັງວຽງ ຫາ ໂຮງໝໍສູນກາງ (ນະຄອນຫຼວງວຽງຈັນ) ແມ່ນຈ່າຍ 224,000ກີບ/ຕໍ່ຄັ້ງ.

ມາດຕາ2: ສຳລັບຄົນເຈັບທີ່ບໍ່ຢາກຈ່າຍຄ່າທາງດ່ວນເພີ່ມ ແມ່ນຈະເດ່ີນຕ້ອງເດີນທາງດ້ວຍທາງເກົ່າ (ທາງເລກທີ 13 ເໜືອ).

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...