spot_img
Homeຂ່າວຕ່າງປະເທດອີຢູເຊີນຊວນສະມາຊິກ 27 ປະເທດຈັດແຄມເປນສັກວັກຊີນໂຄວິດໃນວັນດຽວກັນ

ອີຢູເຊີນຊວນສະມາຊິກ 27 ປະເທດຈັດແຄມເປນສັກວັກຊີນໂຄວິດໃນວັນດຽວກັນ

Published on

ຄະນະກຳມາທິການອີຢູສະເໜີໃຫ້ສະມາຊິກທັງ 27 ປະເທດ ເລີ່ມແຄັມເປນແຈກຢາຍວັກຊີນປ້ອງກັນໂຄວິດ-19 ໃນວັນດຽວກັນ ເພື່ອເປັນສັນຍາລັກຂອງ “ຄວາມສາມັກຄີ” ໃນການຕໍ່ສູ້ກັບວິກິດດ້ານສາທາລະນະສຸກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບຣັສເຊລ ປະເທດເບລຢຽມ ເມື່ອວັນທີ 17 ທັນວາ 2020 ວ່າ ທ່ານ ນາງ ອົວຊູລາ ຟອນ ແດຮ໌ ເລເຢນ ປະທານຄະນະກຳມາທິການເອີຣົບ ເຊິ່ງເປັນອົງກອນຝ່າຍບໍລິຫານຂອງສະຫະພັນເອີຣົບ (ອີຢູ) ໄດ້ກ່າວຕໍ່ທີ່ປະຊຸມສະພາເອີຣົບ ເມື່ອວັນພຸດທີ່ຜ່ານມາ ກ່ຽວກັບຄວາມຄືບໜ້າດ້ານນະໂຍບາຍປ້ອງກັນເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນລະດັບພາກພື້ນ ວ່າປະຊາຊົນຢ່າງໜ້ອຍ 70% ໃນທະວີບເອີຣົບ ຕ້ອງໄດ້ຮັບວັກຊີນປ້ອງກັນ ເພື່ອໃຫ້ພາລະກິດຕອບສະໜອງຕໍ່ວິກິດດ້ານສາທາລະນະສຸກຄັ້ງນີ້ ດຳເນີນໄປຢ່າງມີປະສິດຕິພາບທີ່ສຸດ.

ຕົວເລກດັ່ງກ່າວຖືເປັນຈຳນວນມະຫາສານ ເມື່ອທຽບກັບຈຳນວນປະຊາກອນໃນທະວີບເອີຣົບ ເຊິ່ງມີເກືອບ 450 ລ້ານຄົນ ດ້ວຍເຫດຜົນນີ້ ທ່ານ ນາງ ຟອນ ແດຣ໌ ເລເຢນ ຈຶ່ງຂໍເຊີນຊວນສະມາຊິກອີຢູທັງ 27 ປະເທດ ໃຫ້ເລີ່ມສັກວັກຊີນໂຄວິດໃນວັນດຽວກັນ ເພື່ອເປັນສັນຍາລັກທີ່ສະແດງເຖິງຄວາມສາມັກຄີພາຍໃນພາກພື້ນ.

ອົງການຢາເອີຣົບ (EMU), ເຊິ່ງມີສິດອຳນາດໂດຍກົງໃນການກວດກາ, ອະນຸມັດ ແລະ ແຈກຢາຍຜະລິດຕະພັນດ້ານການແພດ ແລະ ສາທາລະນະສຸກໃນພາກພື້ນ. ກອງປະຊຸມມີກຳນົດໃນວັນທີ 21 ທັນວາ ນີ້, ເພື່ອພິຈາລະນາອອກໃບຢັ້ງຢືນ “ຢາໂຄສະນາ” ສຳລັບຢາວັກຊິນ ໂຄວິດ-19 ທີ່ຜະລິດໂດຍ US Pfizer ຮ່ວມກັບບໍລິສັດຊີວະວິທະຍາເຢຍລະມັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...