spot_img
Homeຂ່າວພາຍ​ໃນຊົມເຊີຍພົນລະເມືອງດີເຂົ້າຊ່ວຍຊີວິດແມ່ລູກທີ່ນອນເຈັບຈາກອຸບັດເຫດ

ຊົມເຊີຍພົນລະເມືອງດີເຂົ້າຊ່ວຍຊີວິດແມ່ລູກທີ່ນອນເຈັບຈາກອຸບັດເຫດ

Published on

ຊຶ້ງນໍ້າໃຈພົນລະເມືອງດີເຂົ້າຊ່ວຍຊີວິດຄົນເຈັບເຊິ່ງເປັນຍິງສອງຄົນ ພ້ອມເດັກນ້ອຍຊາຍອາຍຸປະມານປີປາຍ ກຳລັງນອນໝົດສະຕິຈາກອຸບັດເຫດລົດຈັກຕຳກັນມື້ວານນີ້ ທີ່ເຂດໄຟແດງໜອງບຶກ-ດົງໂດກ.

ຈາກການບອກເລົ່າຂອງທ່ານ ຄຳຫຼ້າ ພອນອີນສານ, ພົນລະເມືອງດີຜູ້ເຂົ້າຊ່ວຍປໍ້າຫົວໃຈຄົນເຈັບຮູ້ວ່າ: ເຫດເກີດປະມານ 4:00 ຫາ 5:00 ໂມງແລງມື້ວານນີ້ ທີ່ເຂດໄຟແດງໜອງບຶກ-ດົງໂດກ, ນະຄອນຫຼວງວຽງຈັນ ຂະນະທີ່ກຳລັງເດີນທາງກັບຈາກວຽກສ່ວນຕົວ ພໍມາເຖິງຈຸດເກີດເຫດກໍພົບເຫັນຍິງສອງຄົນນອນໝົດສະຕິ ແຕ່ທີ່ໜ້າເສົ້າໃຈກໍແມ່ນເດັກນ້ອຍປະມານໜຶ່ງປີກວ່າຢູ່ໃນອາການດຽວກັນນອນຢູ່ກາງຖະໜົນໂຊກດີທີ່ຫົວໃຈຂອງເດັກຍັງເຕັ້ນຢູ່ ເຊິ່ງມີອີກຄົນກຳລັງຊ່ວຍປໍ້າຫົວໃຈໃຫ້ແມ່ຍິງຄົນໜຶ່ງແຕ່ບໍ່ໄດ້ຜົນ.

ພົນລະເມືອງດີທ່ານນີ້ຈິ່ງຕັດສິນໃຈເຂົ້າໄປຊ່ວຍປໍ້າຫົວໃຈໃຫ້ແມ່ຍິງອີກຄົນທີ່ກຳລັງສະຫຼົບຢູ່ນັ້ນ ຈົນສາມາດຊ່ວຍໃຫ້ຫົວໃຈກັບມາເຕັ້ນຄືເກົ່າ, ຫຼາຍຄົນຢາກຊ່ວຍເອົາເດັກນ້ອຍໄປໂຮງໝໍກ່ອນ ແຕ່ເນື່ອງຈາກແມ່ຂອງເດັກນ້ອຍຍັງບໍ່ຟື້ນ ຈິ່ງບໍ່ສາມາດນຳເດັກໄປໂຮງໝໍໄດ້.

“ຂ້າພະເຈົ້າໄດ້ໂທຫາກູ້ໄພ 1624 ປະມານ 20 ນາທີກູ້ໄພກໍມາເຖິງ ພ້ອມຊ່ວຍຄົນເຈັບໄປໂຮງໝໍ ແຕ່ຍັງບໍ່ຮູ້ວ່າອາການຂອງຄົນເຈັບຕອນນີ້ເປັນແນວໃດ ພຽງແຕ່ພາວັນນາໃຫ້ເຂົາເຈົ້າປອດໄພທຸກຄົນ.” ທ່ານ ຄຳຫຼ້າ ພອນອີນສານ ກ່າວຕໍ່ທີມງານລາວໂພສ.

ພົນລະເມືອງດີທ່ານນີ້ກ່າວຕື່ມວ່າ: ຢາກຮຽກຮ້ອງໃຫ້ທຸກຄົນມີສະຕິໃນການຂັບຂີ່ຕາມທ້ອງຖະໜົນ ໂດຍສະເພາະຄວນສວມຫມວກນີລະໄພທຸກຄັ້ງທີ່ຂັບຂີ່ລົດຈັກເພື່ອຄວາມປອດໄພເບື້ອງຕົ້ນ, ກໍລະນີມີເຫດການບໍ່ຄາດຝັນເກີດຂຶ້ນກໍຢາກຮຽກຮ້ອງໃຫ້ຄົນທີ່ເຫັນເຫດການເຂົ້າຊ່ວຍປະຖົມພະຍາບານຂັ້ນຕົ້ນເທົ່າທີ່ສາມາດເຮັດໄດ້, ບໍ່ຄວນຢ້ານກົວເກີນເຫດ ຫຼື ຮີບຮ້ອນໂທຫາກູ້ໄພກໍໄດ້.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...