spot_img
Homeຂ່າວຕ່າງປະເທດເງິນບາດອາດຈະແຂງຄ່າເພີ່ມຂື້ນອີກໃນປີໜ້າ

ເງິນບາດອາດຈະແຂງຄ່າເພີ່ມຂື້ນອີກໃນປີໜ້າ

Published on

ອັດຕາເງິນບາດແຂງຄ່າຍັງເປັນເລື່ອງທີ່ຕ້ອງຕິດຕາມຢ່າງໄກ້ຊິດ ໃນໄລຍະເດືອນພະຈິກທີ່ຜ່ານມາ ອັດຕາຄ່າເງິນບາດໄດ້ປັບຕົວແຂງຄ່າລົງມາໃກ້ກັບລະດັບ 30 ບາດ/ 1ໂດລາ ອີກຄັ້ງ ຫຼັງຈາກທີ່ເຄີຍແຂງຄ່າໃນລະດັບນີ້ເມື່ອຊ່ວງທ້າຍປີ 2019.

ການແຂງຄ່າຂອງເງິນບາດ ໄດ້ສົ່ງຜົນກະທົບດ້ານລົບຕໍ່ທິດທາງການຟື້ນຕົວຂອງເສດຖະກິດຂອງໄທໃນປີໜ້າ ເນື່ອງຈາກການແຂງຄ່າຂອງເງິນບາດຖືເປັນແຮງກົດດັນທີ່ຮຸນແຮງຕໍ່ການເຕີບໂຕຂອງພາກການສົ່ງອອກໄທ.

ການແຂງຄ່າຂອງເງິນບາດປຽບເໝືອນການເພີ່ມຂຶ້ນຂອງມູນຄ່າຂອງເງິນບາດເມື່ອປຽບທຽບກັບສະກຸນເງິນຕ່າງຊາດອື່ນໆ ເຊິ່ງສາເຫດສ່ວນໃຫຍ່ມີຜົນມາຈາກຄວາມຕ້ອງການເງິນບາດທີ່ເພີ່ມຂຶ້ນ ສົ່ງຜົນໃຫ້ເກີດການປ່ຽນແປງຂອງຄ່າເງິນບາດ ເຊິ່ງການແຂ່ງຄ່າຂອງເງິນບາດໃນແຕ່ລະຄັ້ງຢູ່ທີ່ປັດໄຈ ຫຼື ສາເຫດທີ່ສົ່ງຜົນເຮັດໃຫ້ຄວາມຕ້ອງການຂອງເງິນບາດມີເພີ່ມຂຶ້ນ.

ການໄຫຼເຂົ້າຂອງເງິນລົງທຶນຕ່າງປະເທດກໍ່ເປັນປັດໄຈໜຶ່ງທີ່ສຳຄັນ ທີ່ຈະກົດດັນແນວໂນ້ມຄ່າເງິນບາດໃຫ້ມີທິດທາງແຂ່ງຄ່າຫຼາຍຂຶ້ນອີກໃນປີໜ້າ ລວມເຖິງປັດໄຈອື່ນໆເຊັ່ນ: ການເກີນດູນການຄ້າຂອງໄທເປັນຕົ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...