ຈີນເປັນປະເທດທີສອງຂອງໂລກທີ່ນຳທຸງຊາດປັກເທິງດວງຈັນໄດ້ສຳເລັດ

ສຳນັກຂ່າວຕ່າງປະເທດ ລາຍງານວ່າ ອົງການບໍລິຫານອາວະກາດແຫ່ງຊາດຈີນເຜີຍແຜ່ຮູບທຸງຊາດຈີນຢູ່ເທິງຜິວດວງຈັນ ທີ່ຖ່າຍໂດຍກ້ອງຂອງຍານສຳຫຼວດສາງເອີ໋-5 ຫຼັງຈາກສຳເລັດພາລະກິດການເກັບຕົວຢ່າງດິນ ແລະ ຫີນເທິງດວງຈັນ ແລະ ກັບສູ່ໂລກເມື່ອວັນພະຫັດທີ່ຜ່ານມາ ເຮັດໃຫ້ຈີນກາຍເປັນປະເທດທີສອງຂອງໂລກທີ່ສາມາດນຳທຸງຂຶ້ນໄປເທິງດວງຈັນໄດ້ສຳເລັດ ຕໍ່ຈາກ ສ.ອາເມລິກາ ທີ່ເຄີຍສ້າງປະຫວັດສາດໄວ້ເປັນປະເທດທຳອິດ ເມື່ອປີ 1969.

ກ່ອນໜ້ານີ້, ຈີນເຄີຍສົ່ງຍານສຳຫຼວດໄປດວງຈັນແລ້ວ 2 ລຳຄື: ຍານສາງເອີ໋-3 ແລະ ສາງເອີ໋-4 ແຕ່ຍານທັງສອງລຳບໍ່ໄດ້ນຳທຸງຊາດຈີນແທ້ຂຶ້ນໄປນຳ ພຽງແຕ່ພົ່ນສີທຸງຊາດຈີນທີ່ຕົວຍານ ຈິ່ງບໍ່ສາມາດນຳມາກາງອອກໄດ້.

ສຳລັບຍານສາງເອີ໋-5 ອອກເດີນທາງຈາກສູນອາວະກາດເຫວິນສາງ ທີ່ເກາະໄຫຫຼໍາ ເມື່ອວັນທີ 24 ພະຈິກ ທີ່ຜ່ານມາ ແລະ ມີກຳນົດເດີນທາງກັບເຖິງໂລກໃນວັນທີ 13 ທັນວານີ້. ໂດຍຍານຈະລົງຈອດທີ່ທະເລຊາຍໃນເຂດປົກຄອງຕົນເອງມົງໂກນໃນທາງຕອນເໜືອຂອງຈີນ ເຊິ່ງຄັ້ງນີ້ຖືເປັນການສ້າງປະຫວັດສາດເປັນຄັ້ງທຳອິດຂອງໂລກໃນຮອບ 44 ປີ ທີ່ພາລະກິດສຳຫຼວດດວງຈັນຂອງມະນຸດທີ່ສາມາດນຳຕົວຢ່າງກັບມາທີ່ໂລກໄດ້ຕໍ່ຈາກພາລະກິດ “ລູນາ 24” ຂອງສະຫະພາບໂຊວຽດ ທີ່ໄດ້ນຳຕົວຢ່າງນໍ້າໜັກ 170 ກຣັມ ກັບມາໂລກໄດ້ເມື່ອປີ 1976.

ຮຽບຮຽງຂ່າວ: ພຸດສະດີ