Homeຂ່າວທ້ອງຖິ່ນລາວພົບຜູ້ຕິດເຊື້ອໂຄວິດ-19 ກໍລະ ນີໃໝ່ເພີ່ມ 2 ຄົນ

ລາວພົບຜູ້ຕິດເຊື້ອໂຄວິດ-19 ກໍລະ ນີໃໝ່ເພີ່ມ 2 ຄົນ

Published on

ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ ໃຫ້ຮຸ້ວ່າ ໃນວັນທີ 7 ທັນວາ 2020 ນີ້, ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ເປີດເຜີຍວ່າ: ສໍາລັບການຕິດຕາມຜູ້ຖືກຈຳກັດບໍລິເວນ ຢູ່ໃນສະຖານທີ່ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ຍັງເປີດຢູ່ຈໍານວນ 40 ແຫ່ງ, ມີຜູ້ຖືກຈຳກັດບໍລິເວນທັງໝົດ 2.740 ຄົນ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ. ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 6 ທັນວາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 314 ຄົນ, ໃນນັ້ນມີ 1 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 128 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 6 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 148 ຕົວຢ່າງ, ແຮງງານໄທ 26 ຕົວຢ່າງ, ແຮງງານລາວມາແຕ່ມຽນມາ 2 ຕົວຢ່າງ, ຜູ້ຕິດເຊື້ອນ້ຳເບີ 28, 30 ແລະ 31 ມາກວດຄືນທັງໝົດ 3 ຕົວຢ່າງ ແລະ ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ ຈຳນວນ 2 ຄົນ ລາຍລະອຽດ ດັ່ງລຸ່ມນີ້:

ລະນີຢັ້ງຢືນທີ 40 ເປັນເພດຊາຍ, ອາຍຸ 65 ປີ, ສັນຊາດຣັດເຊຍ, ອາຊີບນັກບິນ, ຈຳກັດບໍລິເວນຢູ່ໂຮງແຮມແຫ່ງໜຶ່ງ ທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ. ກ່ອນມາ ສປປ ລາວ ໄດ້ກວດຫາເຊື້ອພະຍາດໂຄວິດ-19 ຢູ່ປະເທດອິນໂດເນເຊຍໃນວັນທີ 2 ທັນວາ 2020 ແລະ ບໍ່ພົບເຊື້ອ, ມາຮອດວັນທີ 5 ທັນວາ 2020 ເດີນທາງຈາກປະເທດມາເລເຊຍຜ່ານປະເທດໄທ ແລະ ມາຮອດ ສປປ ລາວ, ໄດ້ເກັບຕົວຢ່າງທີ່ສະໜາມບິນວັດໄຕ ແລະ ຈຳກັດບໍລິເວນທີ່ໂຮງແຮມແຫ່ງໜຶຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນນະຄອນຫລວງວຽງຈັນ, ວັນທີ 6 ທັນວາ 2020 ໃນຕອນເຊົ້າຜູ້ກ່ຽວຮູ້ສຶກເຈັບຄໍ ແລະ ໜາວສັ່ນໜ້ອຍໜຶ່ງແຕ່ບໍ່ມີອາການໄຂ້ ແລະ ຜົນກວດອອກແມ່ນພົບເຊື້ອພະຍາດ COVID-19, ປັດຈຸບັນເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ ໝາຍເຫດ: ຜູ້ໂດຍສານທີ່ເດີນທາງຮ່ວມສາຍການບິນທັງໝົດມີ 20 ຄົນ ລວມທັງຜູ້ກ່ຽວ, ສ່ວນໃຫ່ຍແມ່ນນັກບິນ ແລະ ນາຍຊ່າງ, ທັງໝົດແມ່ນໄດ້ເກັບຕົວ ຢ່າງກວດແຕ່ບໍ່ພົບເຊື້ອຍົກເວັ້ນຜູ້ກ່ຽວ.

ສໍາລັບກໍລະນີຢັ້ງຢືນ 41 ເປັນເພດຍິງ, ອາຍຸ 19 ປີ, ສັນຊາດລາວ, ອາຊີບນັກສຶກສາ ຮຽນຢູ່ ສ ຣັດເຊຍ, ຈຳກັດບໍລິເວນຢູ່ສູນແຫ່ງໜຶ່ງທີ່ຄະນະສະເພາະກິດກຳນົດໄວ້ໃນ ນະຄອນຫລວງວຽງຈັນ, ບໍ່ມີອາການສະແດງອອກ, ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໃນວັນທີ 23 ພະຈິກ 2020 ໄດ້ກວດ COVID-19 ດ້ວຍ RT-PCR ຢູ່ ສ ຣັດເຊຍ ຜົນກວດແມ່ນບໍ່ພົບເຊື້ອ. ວັນທີ 28 ພະຈິກ 2020 ເດີນທາງຈາກ ປະເທດຣັດເຊຍ ໂດຍຖ້ຽວບິນພິເສດ ABG 9985/9986 ມາຮອດສະໜາມບິນວັດໄຕຂອງ ສປປ ລາວ, ຖ້ຽວບິນຍົນເໝົາລໍາ ມີຜູ້ໂດຍສານທັງໝົດ 79 ຄົນ ແລະ ທັງໜົດໄດ້ເກັບຕົວຢ່າງກວດ, ຫລັງຈາກນັ້ນ ໄດ້ເດີນທາງຈາກສະໜາມບິນວັດໄຕ ມາຍັງສູນຈຳກັດບໍລິເວນໃນນະຄອນຫຼວງວຽງຈັນ ດ້ວຍລົດເມ ມີທັງໝົດ 27 ຄົນ ລວມທັງຜູ້ກ່ຽວ ແລະ ພະນັກງານຂັບລົດເມ. ວັນທີ 29 ພະຈິກ 2020 ຜົນກວດອອກມາແມ່ນບໍ່ພົບເຊື້ອໂຄວິດ-19 ທັງໝົດຈໍານວນ 79 ຄົນ ລວມທັງຜູ້ກ່ຽວ. ວັນທີ 28 ພະຈິກ 2020 ຫາ ວັນທີ 5 ທັນວາ (ຈໍານວນ 8 ມື້) ໄດ້ວັດແທກອຸນຫະພູມທຸກມື້ເຊົ້າ-ແລງ ໂດຍທີມງານແພດປະຈໍາສູນດັ່ງກ່າວ, ຜູ້ກ່ຽວບໍ່ມີອາການຫຍັງສະແດງອອກ ແລະ ບໍ່ໄດ້ອອກຈາກຫ້ອງໄປໃສ, ກິນອາຫານຢູ່ໃນຫ້ອງ ໂດຍມີພະນັກງານນຳອາຫານ ແລະ ນ້ຳດື່ມໄປປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ,ໃນຫ້ອງນອນພັກນໍາກັນ 2 ຄົນ ລວມທັງຜູ້ກ່ຽວ, ຊຶ່ງໝູ່ຂອງຜູ້ກ່ຽວກໍບໍ່ມີອາການຫຍັງສະແດງອອກເທື່ອ. ວັນທີ 5 ທັນວາ 2020 ຈຶ່ງເກັບຕົວຢ່າງມາກວດຄືນເປັນຄັ້ງທີ 2, ວັນທີ 6 ທັນວາ 2020 ຜົນກວດອອກມາພົບເຊື້ອໂຄວິດ-19. ປັດຈຸບັນເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...