Homeຂ່າວພາຍ​ໃນຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 25 ເປັນນັກສຶກສາລາວຈາກຮົງກາລີ

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 25 ເປັນນັກສຶກສາລາວຈາກຮົງກາລີ

Published on

ໃນວັນທີ 17 ພະຈິກ 2020 ເຈົ້າໜ້າທີ່ສາທາລະນະນະສຸກ ກວດພົບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1 ຄົນ ເປັນນໍ້າເບີທີ 25 ເຊິ່ງເປັນເພດຍິງ, ອາຍຸ 26 ປີ, ສັນຊາດລາວ, ອາຊີບນັກສຶກສາລາວຢູ່ປະເທດ ຮົງກາລີ Hungary ທີ່ຖິ່ນຖານຢູ່ແຂວງສະຫວັນນະເຂດ ຜູ້ກ່ຽວໄດ້ຖືກນຳສົ່ງຕົວໄປຮັບການປິ່ນປົວຢູ່ໂຮງໝໍມິດຕະພາບແລ້ວ ເຮັດໃຫ້ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 25 ຄົນ.

ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ  ຖະແຫຼງຂ່າວປະຈຳວັນທີ 17 ພະຈິກ 2020 ວ່າ: ວັນທີ 16 ພະຈິກ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 605 ຄົນ, ໃນນັ້ນ ມີ 3 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ, 205 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ, 129 ຕົວຢ່າງຈາກແຮງງານລາວມາແຕ່ໄທ, ແຮງງານຈີນ 227 ຕົວຢ່າງ, ແຮງງານຫວຽດນາມ 22 ຕົວຢ່າງ, ແຮງງານໄທ 10 ຕົວຢ່າງ ແລະ ແຮງງານລາວມາແຕ່ຈີນ 9 ຕົວຢ່າງ.

ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 1 ຄົນ ລາຍລະອຽດດັ່ງລຸ່ມນີ້: ເພດຍິງ, ອາຍຸ 26 ປີ, ສັນຊາດ:ລາວ, ອາຊີບ:ນັກສຶກສາລາວຢູ່ປະເທດ ຮົງກາລີ Hungary ຜູ້ກ່ຽວມີຖິ່ນຖານຢູ່ແຂວງສະຫວັນນະເຂດ; ຜູ້ກ່ຽວແມ່ນໄດ້ຈຳກັດບໍລິເວນຕົນເອງ ແລະ ບໍ່ມີອາການຫຍັງ ຢູ່ໂຮງແຮມທີ່ຄະນະສະເພາະກິດກຳນົດໄວ້ ໃນນະຄອນຫຼວງວຽງຈັນ;

ຕາມການບອກເລົ່າ: ຜູ້ກ່ຽວບໍ່ໄດ້ເດີນທາງໄປໃສ ເພາະປະຈຸບັນ ປະເທດ ຮົງກາລີ Hungary ແມ່ນປະກາດ Lockdown; ໃນໄລຍະວັນທີ 11-12 ພະຈິກ 2020 ກ່ອນເດີນທາງກັບມາລາວ ຜູ້ກ່ຽວໄດ້ອາໄສຢູ່ຫໍພັກນໍາໝູ່ ປະມານ 5 ຄົນ, ທຸກຄົນແມ່ນບໍ່ມີອາການຫຍັງ; ວັນທີ 12 ພະຈິກ 2020 ຜູ້ກ່ຽວໄດ້ກວດຫາເຊື້ອພະຍາດ ໂຄວິດ-19 ກ່ອນເດີນທາງມາ ສປປ ລາວ ແລະ ໄດ້ຮັບການແຈ້ງຜົນທາງອີເມວວ່າ ຜົນກວດບໍ່ພົບເຊື້ອ ໃນວັນທີ 13 ພະຈິກ 2020.

ວັນທີ 13 ພະຈິກ 2020 ເດີນທາງຈາກປະເທດ ຮົງກາລີ Hungary ມາ Doha ດ້ວຍສາຍການບິນ QATAR , QR 200, ເລກຕັ່ງນັ່ງ B17; ວັນທີ 14 ພະຈິກ 2020 ເດີນທາງຈາກ Doha ມາ Incheon ດ້ວຍສາຍການບິນ QATAR , QR 858, ເລກຕັ່ງນັ່ງ 36F.

ວັນທີ 15 ພະຈິກ 2020 ເດີນທາງຈາກ Incheon ມາ ສະໜາມບິນວັດໄຕ ດ້ວຍສາຍການບິນ QV 922, ນ້ຳເບີຕັ່ງນັ່ງ 14D (ຜູ້ກ່ຽວສະຫຼັບບ່ອນນັ່ງກັບ 14F).

ໄດ້ເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດ ໂຄວິດ-19; ຄອບຄົວບໍ່ໄດ້ເດີນທາງມາຮັບຢູ່ສະໜາມບິນ; ໄດ້ເດີນທາງໄປໂຮງແຮມດ້ວຍລົດຕູ້ຂອງສະໜາມບິນ, ໃນໄລຍະຢູ່ໂຮງແຮມ ບໍ່ໄດ້ອອກຈາກຫ້ອງໄປໃສ, ອາຫານແມ່ນທາງໂຮງແຮມເອົາມາປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງນອນ.

ວັນທີ 16 ພະຈິກ 2020 ຜົນກວດແມ່ນພົບເຊື້ອພະຍາດ ໂຄວິດ-19 ໂຮງໝໍມິດຕະພາບໄດ້ມາຮັບເອົາຜູ້ກ່ຽວຢູ່ໂຮງແຮມ ດ້ວຍລົດ Ambulance

ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ ໃນໄລຍະນັ່ງຢູ່ໃນຍົນ QV 922 ແມ່ນມີທັງໝົດ 10 ຄົນ ເຊິ່ງທັງໝົດແມ່ນໄດ້ເກັບຕົວຢ່າງມາກວດ ແລະ ບໍ່ພົບເຊື້ອ, ສ່ວນຜູ້ສຳຜັດໃກ້ຊິດທີ່ຂີ່ລົດເມຮ່ວມຈາກ ສະໜາມບິນມາໂຮງແຮມ ແມ່ນມີປະມານ 20 ຄົນ (ທີມງານກຳລັງປະສານເອົາຂໍ້ມູນເພິ່ມຕື່ມ);

ສຳລັບການຕິດຕາມປິ່ນປົວຄົນເຈັບຢູ່ໂຮງໝໍປະຈຸບັນ, ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ນ້ຳເບີ 24 ແລະ ນໍ້າເບີ 25 (ຜູ້ຕິດເຊື້ອໃໝ່) ແມ່ນປີ່ນປົວຢູ່ໂຮງໝໍມິດຕະພາບ.

ຮຽບຮຽງຂ່າວ:​ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...