spot_img
Homeຂ່າວທ້ອງຖິ່ນຫ້າມພາຫະນະທຸກປະເພດທີ່ມີແຮງຈັກຕ່ຳກວ່າ 350 ຂຶ້ນທາງດ່ວນ

ຫ້າມພາຫະນະທຸກປະເພດທີ່ມີແຮງຈັກຕ່ຳກວ່າ 350 ຂຶ້ນທາງດ່ວນ

Published on

ພາຫະນະທີ່ຈະສາມາດຂຶ້ນທຽວທາງ ດ່ວນໄດ້ນັ້ນຢ່າງໜ້ອຍຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີຂຶ້ນໄປ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕ່ຳກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ.

ໜັງສືພິມວຽງຈັນທາມ ລາຍງານວ່າ ທາງດ່ວນນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ໂດຍມີໄລຍະທາງ 109 ກິໂລແມັດ ທີ່ຈະເປີດນຳໃຊ້ຢ່າງເປັນທາງການໃນມື້ວັນທີ 2 ທັນວາ 2020 ທີ່ຈະມາເຖິງນີ້, ໂດຍອີງຕາມກົດໝາຍທາງບົກ ແຫ່ງ ສປປ ລາວ ຊີ້ໃຫ້ເຫັນວ່າ: ພາຫະນະທີ່ຈະສາມາດຂຶ້ນທຽວທາງ ດ່ວນໄດ້ນັ້ນຢ່າງໜ້ອຍຕ້ອງມີຄວາມແຮງຂອງຈັກຫຼາຍກວ່າ 350 ຊີຊີຂຶ້ນໄປ ນອກນັ້ນຍັງມີລົດບັນທຸກ, ລົດພວງທີ່ມີນ້ຳໜັກເກີນທີ່ກຳນົດໄວ້, ຍານພາຫະນະທີ່ດັດແປງສະພາບເຕັກນິກທີ່ບໍ່ຮັບປະກັນດ້ານຄວາມປອດໄພ ແລະ ພາຫະນະອື່ນໆທີ່ກໍານົດແລ່ນຕ່ຳກວ່າ 80 ກິໂລແມັດຕໍ່ຊົ່ວໂມງກໍ່ຫ້າມຂຶ້ນເຊັ່ນກັນ.

ສະເພາະການຂຶ້ນທຽວທາງດ່ວນນັ້ນ, ຜູ້ຂັບຂີ່ລົດຈັກທີ່ມີແຮງມ້າຫຼາຍກວ່າ 350 ຊີຊີຂຶ້ນໄປ ແລະ ລົດເບົາທຸກປະເພດໃຫ້ໃຊ້ຄວາມໄວຢູ່ລະຫວ່າງ 80-110 ກິໂລແມັດຕໍ່ຊົ່ວໂມງ (ຍົກເວັ້ນສະພາບມີໝອກ ມີຝົນ), ສ່ວນ ລົດຜູ້ຂັບຂີ່ຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທຸກຂະໜາດໃຫ້ໃຊ້ຄວາມໄວໃນລະຫວ່າງ 80-90 ກິໂລແມັດຕໍ່ຊົ່ວໂມງ (ຍົກເວັ້ນສະພາບມີໝອກ ມີຝົນ) ນອກນັ້ນຕ້ອງໃຫ້ປະຕິບັດຕາມໄຟສັນ ຍານ, ປ້າຍ ແລະ ເຄື່ອງໝາຍປ້າຍຈະລາຈອນທີ່ຈໍາກັດຄວາມໄວຢ່າງເຂັ້ມງວດ. ສໍາລັບໄລຍະຫ່າງຂອງພາຫະນະຈະຢູ່ໃນລະດັບ 100 ແມັດຂຶ້ນໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...