Homeຂ່າວທ້ອງຖິ່ນອາຫານທີ່ບໍ່ມີປະໂຫຍດຈະມີຜົນຕໍ່ຄວາມສູງ

ອາຫານທີ່ບໍ່ມີປະໂຫຍດຈະມີຜົນຕໍ່ຄວາມສູງ

Published on

ການວິເຄາະທົ່ວໂລກຊີ້ໃຫ້ເຫັນວ່າ, ໂດຍສະເລ່ຍແລ້ວໄວລຸ້ນທີ່ສູງທີ່ສຸດໃນໂລກແມ່ນອາໄສຢູ່ໃນປະເທດເນເທີແລນ.

ເວັບໄຊຂ່າວ alkaleej day ລາຍງານວ່າ ໂພຊະນາການທີ່ບໍ່ດີ ອາດສົ່ງຜົນຕໍ່ຄວາມສູງຂອງເດັກນ້ອຍ ສະເລ່ຍເຖິງ 20 ຊມ, ມີການສຶກສາໜຶ່ງໄດ້ຖືກພິມເຜີຍແຜ່ຢູ່ໃນວາລະສານວິທະຍາສາດ The Lancet ເຊິ່ງຊີ້ໃຫ້ເຫັນວ່າໃນປີ 2019 ເດັກອາຍຸ 19 ປີອາຍຸຕໍ່າສຸດແມ່ນຢູ່ໃນປະເທດເນເທີແລນ (183,8 ຊັງຕີແມັດ) ແລະ ອາຍຸຕໍ່າສຸດແມ່ນຢູ່ໃນປະເທດຕີມໍຕາເວັນອອກ (160,1 ຊັງຕີແມັດ).

ທີມງານໃນ Imperial College London, ອັງກິດໄດ້ວິເຄາະຂໍ້ມູນຈາກເດັກນ້ອຍ ແລະ ໄວລຸ້ນຫຼາຍກວ່າ 65 ລ້ານຄົນໃນເກນອາຍຸ 5 ຫາ 19 ປີໃນການສຶກສາຫຼາຍກວ່າ 2,000 ຄັ້ງໃນລະຫວ່າງປີ 1985 ແລະ 2019.

ພວກເຂົາພົບວ່າໃນປີ 2019, ໂດຍສະເລ່ຍເດັກນ້ອຍ ແລະ ໄວລຸ້ນໃນເຂດພາກຕາເວັນຕົກສຽງເໜືອ ແລະ ພາກກາງຂອງເອີຣົບ (ຜູ້ທີ່ຢູ່ໃນປະເທດເນເທີແລນ ແລະ ມອນເຕເນໂກຣ) ແມ່ນສູງທີ່ສຸດໃນໂລກ.

ໃນຂະນະດຽວກັນ, ເດັກອາຍຸ 19 ປີຜູ້ທີ່ມີສະເລ່ຍຕໍ່າສຸດແມ່ນຢູ່ໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້, ອາເມລິກາລາຕິນ ແລະ ອາຟຣິກາຕາເວັນອອກ.

ການວິເຄາະຊີ້ໃຫ້ເຫັນວ່າໃນປີ 2019:

  • ໂດຍສະເລ່ຍແລ້ວ ຜູ້ຊາຍອາຍຸ 19 ປີໃນ ສປປ ລາວ ແມ່ນສູງເທົ່າກັນ (162,8 ຊັງຕີແມັດ) ຄືຄວາມສູງເທົ່າກັບເດັກຊາຍອາຍຸ 13 ປີໃນປະເທດເນເທີແລນ.
  • ເມື່ອອາຍຸ 19 ປີ, ເດັກຍິງຢູ່ກົວເຕມາລາ, ບັງກະລາເທດ, ເນປານ ແລະ ຕີມໍຕາເວັນອອກມີຄວາມສູງສະເລ່ຍຄືກັນກັບເດັກຍິງຊາວຮອນແລນອາຍຸ 11 ປີ (ປະມານ 152 ຊມ).
  • ໃນປະເທດອັງກິດ ເດັກຊາຍອາຍຸ 19 ປີມີຄວາມສູງສະເລ່ຍ 178,2 ຊມ ແລະ ເດັກຍິງ 163,9 ຊມ.
  • ການປັບປຸງທີ່ໃຫຍ່ທີ່ສຸດໃນລະດັບຄວາມສູງສະເລ່ຍຂອງເດັກນ້ອຍໃນໄລຍະ 35 ປີທີ່ຜ່ານມາໄດ້ເກີດຂື້ນໃນປະເທດຈີນ ແລະ ເກົາຫຼີໃຕ້.
  • ແຕ່ໃນຫຼາຍໆປະເທດໃນອະນຸພາກພື້ນຊາຮາຣາອາຟຣິກາ, ຄວາມສູງສະເລ່ຍຍັງບໍ່ປ່ຽນແປງ ຫຼື ຫຼຸດລົງຕັ້ງແຕ່ປີ 1985.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...