Homeຂ່າວທ້ອງຖິ່ນຈີ 20 ຈະລົບລ້າງໜີ້ບາງສ່ວນໃຫ້ປະເທດທຸກຍາກ

ຈີ 20 ຈະລົບລ້າງໜີ້ບາງສ່ວນໃຫ້ປະເທດທຸກຍາກ

Published on

ສຳນັກຂ່າວສານປະເທດລາວ ລາຍງານ ອີງຕາມ​ຂ່າວສາ​ນ ຫວຽດນາມ, ວັນ​ທີ 2 ​ເດ​ືອນພະຈິກ, ລັດຖະມົນຕີ​ ການ​​ເງິນ​ກຸ່ມ​ບັນດາ​ ພື້ນຖານ ​ເສດ ຖະກິດ​ ພັດທະນາ ​ເກີດ​​ໃໝ່​ ແຖວ​ໜ້າ​​ໃນ​ໂລກ (G20) ​ຈະພິຈາລະນາ​ ເອກະ​ພາບ​ລົບ​ລ້າງ​ໜີ້​ ບາງ​ສ່ວນ​ໃຫ້​ແກ່​​ປະ​ເທດ​ທຸກ​ຍາກ ​ເພື່ອ​ຊ່ວຍ​ປະ​ເທດ​ດັ່ງກ່າວ ​ໃນ​ການ​ປະຕິບັດ ​ມາດ​ຕະການ​ຕ່າງໆ​ ​ເພື່ອ​ຮັບ​ມື​ກັບ ​ພະຍາດ​​ໂຄ​ວິດ-19. ບັນດາ ​ລັດຖະມົນ​ຕິ ​ການ​ເງິນ ​ແລະ ຜູ້​ວ່າການ​ ທະນາຄານ​ກາງ G20 ພວມ​ມຸ່ງ​ໄປ​ສູ່ ​ການ​ບັນລຸ​ຂໍ້​ຕົກລົງ ​ໃນໄລຍະ​ດຳ​ເນີນ ​ກອງ​ປະຊຸມ ​ຜ່ານ​ວີ​ດີ​ໂອ​ໃນ​ວັນ​ທີ 13 ພະຈິກ 2020 ນີ້.

ຕາມ​ແຜນການ​ ດັ່ງກ່າວ ໜີ້​ຕົ້ນ​ທຶນ​ ​ແລະ ອັດຕາ​ດອກ​ເບ້ຍໃໝ່ ຈະ​ມີ​ການ​ຍົກ​ເວັ້ນ ​ໂດຍ​ອີງ​ຕາມ​ເງື່ອນ​ໄຂ ​ເສດຖະກິດ ​ຂອງ​ ບັນດາ​ ປະ​ເທດ​ ທ່ີ​ກູ້​ຢືມ. ບັນດາ​ເຈົ້າ​ໜີ້​ ພາກ​ເອກະ​ຊົນ ອາດ​ຈະ​ຮຽກຮ້ອງ​ໃຫ້ເຂົ້າ​ຮ່ວມ​ໃນ​ໂຄງການ​ດັ່ງກ່າວ. ກອງປະຊຸມ​ ຜ່ານ​ວີ​ດີ​ໂອ​ນີ້ ຈະ​ຈັດ​ຂຶ້ນ​ກ່ອນ​ກອງປະຊຸມ​ສຸດ​ຍອດ G 20,  ຄາດ​ວ່າ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ​​ແລະ 22 ພະຈິກ 2020 ຕາມ​ຮູບ​ແບບ​ວີ​ດີ​ໂອ.

ເຖິງຢ່າງ​ໃດ​ກໍ​ຕາມ, ທ່ານ​ດາ​ວີ​ດ ມານ​ພັສ (David Malpas) ປະທານ​ທະນາຄານ​ໂລກ ​ໃຫ້​ຮູ້​ວ່າ ການ​ຫລຸດຜ່ອນ ​ບ້ວງ​ໜີ້​ ໃຫ້​ແກ່​ ບັນດາ ​ປະ​ເທດ​ທຸກ​ຍາກ ກວມ​ເອົາຈຳນວນ​ໜ້ອຍ ​ເນື່ອງ​ຈາກ ​ບໍ່​ແມ່ນເຈົ້າ​ໜີ້ ​ທຸກ​ໆປະ​ເທດ ​ເຂົ້າ​ຮ່ວມ​​ ໃນ​ກອງ​ປະຊຸມນີ້.

ຄາດ​ວ່າຈະມ​ີ 43 ປະ​ເທດ​ ໃນ​ຈຳນວນ 73 ປະ​ເທດ ​ທ່ີ​ໄດ້​ຮັບ ​ຜົນ​ປະ​ໂຫຍ​ດ ປະມານ 5 ຕື້​ໂດ​ລາ​ ສະຫະ ລັດ ຈາກ ການ​ລີ່​ເລີ່​ມ​ໂຈະ​ການ​ຊຳລະ​ໜີ້(DSSI) ​ເພື່ອ​ສະ ໜັບສະໜູນ ​ບັນດາ​ ບ້ວງ​ເງິນ ສະຫວັດດີ​ການ​ ສັງຄົມ,​ ສາທາລະນະ​ສຸກ ​ແລະ ​ເສດຖະກິດ ​ເພື່ອ​ຮັບ​ມື​ກັບ ພະຍາດ​ໂຄ​ວິດ-19. ໃນ​ຂະນະ​ທ່ີ ລະ​ດັບ​ ຕົວ​ເລກ​ທ່ີ​ກຳນ​ົດ​ໄວ້​ ​ແມ່ນ 8 ຕື້​ ຫາ11 ຕື້​ໂດ​ລາ​ສະຫະລັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...