spot_img
Homeຂ່າວທ້ອງຖິ່ນສານຕັດສິນປະຫານຊີວິດສາວຂົນສົ່ງຄາເຟອິນ ນໍ້າໜັກເກືອບ 3 ພັນ ກິໂລກຣາມ

ສານຕັດສິນປະຫານຊີວິດສາວຂົນສົ່ງຄາເຟອິນ ນໍ້າໜັກເກືອບ 3 ພັນ ກິໂລກຣາມ

Published on

ໜັງສືພິມຄວາມສະຫງົບ ລາຍງານວ່າ ໃນວັນທີ 21 ຕຸລາ 2020, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຫຼວງນໍ້າທາ ໄດ້ນໍາສໍານວນຄະດີອາຍາ ຂໍ້ຫາການຂົນສົ່ງວັດຖຸເຄມີ ປະເພດຄາຟາອິນ ຈໍານວນ 100 ກວ່າເປົາ ຂຶ້ນມາພິຈາລະນາຕັດສິນປະຫານຊີວິດ ນາງ ທິບພາວັນ ອາຍຸ 35 ປີ ຢູ່ບ້ານເຈງ ເມືອງໄຊ ແຂວງອຸດົມໄຊ.

ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຫຼວງນໍ້າທາ ກ່າວວ່າ: ພາຍຫຼັງທີ່ນໍາສໍານວນຄະດີເລກທີ 107/ຂຕ.ອ, ລົງວັນທີ 21 ຕຸລາ 2020 ໂດຍມີຈໍາເລີຍຊື່ ນາງ ທິບພາວັນ ຖືກກັກຕົວໃນຄັ້ງວັນທີ 4 ພະຈິກ 2019 ມີຄວາມຜິດໃນສະຖານຂົນສົ່ງວັດຖຸເຄມີ ປະເພດສານຄາເຟອິນ ຈຳນວນ 119 ເປົາ ນໍ້າໜັກ 2.975 ກິໂລກຼາມ.

ດັ່ງນັ້ນ, ມາຮອດວັນທີ 21 ຕຸລາ 2020, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງຫຼວງນ້ຳທາ ຈຶ່ງໄດ້ນຳເອົາສຳນວນຄະດີດັ່ງກ່າວ ຂຶ້ນມາພິຈາລະນາຕັດສິນລົງໂທດປະຫານຊີວິດຈໍາເລີຍ ຕາມກົດໝາຍ ວ່າດ້ວຍການປັບປຸງ ມາດຕາ 146 ຂອງກົດໝາຍອາຍາ ແລະ ມາດຕາ 75, 76 ຂອງກົດໝາຍ ວ່າດ້ວຍຢາເສບຕິດ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...