spot_img
Homeຂ່າວທ້ອງຖິ່ນລັດເລັ່ງແກ້ໄຂສິ່ງອຸດຕັນ ເພື່ອສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດພາກເອກະຊົນ

ລັດເລັ່ງແກ້ໄຂສິ່ງອຸດຕັນ ເພື່ອສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດພາກເອກະຊົນ

Published on

ລັດຖະບານ ຈະມີມາດຕະການເດັດຂາດໃນການແກ້ໄຂສິ່ງອຸດຕັນ, ຂັ້ນຕອນອະນຸຍາດ ແລະ ຂອດຂັ້ນອຳນວຍຄວາມສະດວກຕ່າງໆ ຂອງເບື້ອງລັດ ເພື່ອຊຸກຍູ້, ດຶງດູງ, ຂົນຂວາຍ ແລະ ສົ່ງເສີມການລົງທຶນ ແລະ ດຳເນີນທຸລະກິດຂອງພາກເອກະຊົນ ຢູ່ໃນ ສປປ ລາວ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຊິ່ງຕາງໜ້າໃຫ້ລັດຖະບານ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 2 ພະຈິກ 2020 ນີ້ວ່າ: ເພື່ອປະຕິບັດນະໂຍບາຍ 3 ເປີດ ໃນການຊຸກຍູ້ໃຫ້ການລົງທຶນຂອງພາກເອກະຊົນບັນລຸຕາມຄາດໝາຍ ຈະໄດ້ສຸມໃສ່ໃນການສືບຕໍ່ປັບປຸງຂັ້ນຕອນ ແລະ ລະບຽບການໃນການສ້າງ ແລະ ດຳເນີນທຸລະກິດ ຕາມ 10 ຕົວຊີ້ວັດໃຫ້ດີຂຶ້ນຢ່າງເປັນຮູບປະທຳຈະແຈ້ງດ້ວຍການປັບປຸງກົດໝາຍວ່າດ້ວຍວິສາຫະກິດໃຫ້ມີຄວາມສອດຄ່ອງ, ສ້າງລະບົບການຂຶ້ນທະບຽນວິສາຫະ ກິດແບບອອນລາຍ, ຫັນເລກປະຈຳຕົວຜູ້ເສຍອາກອນ, ລະຫັດວິສາຫະກິດ ແລະ ເລກປະກັນສັງຄົມ ເປັນຕົວເລກລະຫັດດຽວກັນ ໂດຍການປັບປຸງໂປຣແກຣມທະບຽນ ແລະ ອາກອນ ແລະ ອື່ນໆ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການສ້າງ ແລະ ດຳເນີນທຸລະກິດ ໃຫ້ມີຄວາມໂປ່ງໃສ ແລະ ວ່ອງ ໄວ.

ຂະນະດຽວກັນ ຈະໄດ້ສຸມໃສ່ການປັບປຸງວຽກງານການບໍລິການ ອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບໃນການສົ່ງເສີມ, ຄຸ້ມຄອງການລົງທຶນ ແລະ ການອຳນວຍຄວາມສະດວກໃນການດຳເນີນທຸລະກິດຂອງເອກະຊົນພາຍໃນ ແລະ ຕ່າງປະເທດ, ສືບຕໍ່ຜັນຂະຫຍາຍເຜີຍແຜ່ກົດໝາຍ ແລະ ບັນດານິຕິກຳຕ່າງໆ ທີ່ຕິດພັນກັບວຽກງານການລົງທຶນໃຫ້ສຳເລັດໃນທົ່ວປະເທດ, ສືບຕໍ່ຈັດຕັ້ງປະຕິບັດກົນໄກປະສານງານການບໍລິການລົງທຶນປະຕູດຽວໃຫ້ສຳເລັດ, ພ້ອມປັບປຸງຮຽບຮຽງຂໍ້ມູນຂ່າວສານ ໃຫ້ຜູ້ລົງທຶນຢ່າງວ່ອງໄວ ໂດຍຜ່ານການອອກປື້ມຄູ່ມືການບໍລິການ ການລົງທຶນປະຕູດຽວ ແລະ ສົ່ງຂໍ້ມູນທາງເວັບໄຊ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ.

ພ້ອມກັນນັ້ນ, ກໍຈະໄດ້ສຸມໃສ່ສືບຕໍ່ຄົ້ນຄວ້າ, ດັດແກ້ ແລະ ປັບປຸງນິຕິກຳທີ່ມີ ລວມທັງນະໂຍບາຍສົ່ງເສີມການລົງທຶນ ໃຫ້ສອດຄ່ອງກັບສະພາບປັດຈຸບັນໃນ ສປປ ລາວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...