Homeຂ່າວທ້ອງຖິ່ນສປປ ລາວ ຈະເລີ່ມໃຫ້ບໍລິການຊ່ອງທາງສີຂຽວໃຫ້ກັບພົນລະເມືອງຈີນ

ສປປ ລາວ ຈະເລີ່ມໃຫ້ບໍລິການຊ່ອງທາງສີຂຽວໃຫ້ກັບພົນລະເມືອງຈີນ

Published on

ໜັງສືພິມວຽງຈັນທາຍ ລາຍງານວ່າ ສປປ ລາວ ຈະເລີ່ມໃຫ້ບໍລິການ ຊ່ອງທາງສີຂຽວ ຫຼື ທີ່ເອີ້ນວ່າ Fast Track ໃຫ້ກັບພົນລະເມືອງຈີນ ໂດຍມີໄລຍະເວລາການຈຳກັດບໍລິເວນທີ່ໜ້ອຍມື້ລົງ, ໂດຍຈະນໍາໃຊ້ຫຼາຍມາດຕະການ ເພື່ອຮັກສາຄວາມປອດໄພຈາກການແຜ່ລະບາດຂອງເຊື້ອ ໂຄວິດ-19 ໃນອາທະດໜ້າ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວເມື່ອວັນພຸດທີ່່ຜ່ານມາວ່າ ຈະນຳໃຊ້ມາດຕະກາດໃໝ່ຫຼາຍຢ່າງເພື່ອອຳນວຍຄວາມສະດວກໃນການເດີນທາງສຳລັບຄົນຈີນ.

ຜູ້ທີ່ເຂົ້າມາ ຈາກ ສປ ຈີນ ຈະໃຊ້ເວລາໜ້ອຍລົງ ໃນກາກກັກໂຕ ແລະ ສາມາດ ໄປກັກໂຕໄດ້ ຢູ່ສະຖານ ທີ່ຢູ່ຂອງຕົນເອງ ແທນການໄປກັກໂຕ 14 ມື້ ຕາມສະຖານທີ່ກັກໂຕ ແລະ ໂຮງແຮມ ທີ່ກໍາໜົດໄວ້ ຂອງລັດຖະບານລາວ. ປະຈຸບັນກໍາລັງຢູ່ໃນໄລຍະປຶກສາຫາລືວ່າ ຈະໃຫ້ກັກໂຕຈັກມື້, ພ້ອມຈະມີການພິຈາລະນາ ນໍາໃຊ້ລະບົບ ອີເລັດໂຕຮນິກ ຕິດຕາມຕະຫຼອດ 24 ຊົ່ວໂມງ ວ່າຜູ້ເຂົ້າມາ ສປປ ລາວ ຈະພັກຢູ່ບ່ອນໃດ, ແຕ່ທຸກໆຄົນທີ່ເຂົ້າມາ ຕ້ອງໄດ້ກວດວັດອຸນຫະພູມຮ່າງກາຍ ຂອງຕົນເອງ ທຸກເຊົ້າ ແລະ ແລງ. ນອກຈາກນີ້ ກ່ອນມາເຖິງ ສປປ ລາວ, ຜູ້ເຂົ້າມາທຸກຄົນ ຈາກ ສປ ຈີນ ຕ້ອງມີໃບຢັ້ງຢືນການກວດສອບໂຄວິດ ເປັນລົບ ພາຍໃນລຍະເວລາ 72 ຊົ່ວໂມງກ່ອນເດີນທາງ.

ເຈົ້າໜ້າທີ່ກຳລັງສຶກສາຄວາມເປັນໄປໄດ້ຂອງໄລຍະເວລາການກັກຕົວທີ່ສັ້ນກວ່າປົກກະຕິໂດຍອີງຕາມຄຳແນະນຳຂອງ WHO ບາງປະເທດ ແມ່ນໄດ້ເລີ່ມນໍາໃຊ້ ລະບົບຊ່ອງທາງຂຽວ ແລະ ຫຼຸດເວລາກັກໂຕລົງ ຈາກ 14 ມື້ ເປັນ 10 ມື້ ແລະ ມີບາງປະເທດພຽງ 7 ມື້ເທົ່ານັ້ນ.

ຄະນະປະຕິບັດງານຈະໄດ້ມີການປະຊຸມກັນໃນອີກບໍ່ພໍເທົ່າໃດມື້ຕໍ່ໜ້າ ເພື່ອທົບທວນ ແລະ ແກ້ໄຂມາດຕະການປ້ອງກັນໄວຣັສໃນປັດຸບັນກ່ອນຈະເຮັດການປ່ຽນແປງໃດໆໃນເດືອນພະຈິກ ເຊິ່ງລະຖະບານຈະປັບປຸງມາດຕະການດັ່ງກ່າວໃນແຕ່ລະເດືອນໂດຍອີງຕາມສະຖານະການທີ່ກ່ຽວຂ້ອງກັບໂຣກລະບາດ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໄດ້ກ່າວຕື່ມອີກວ່າ ຄວາມຕັ້ງໃຈຂອງລັດຖະບານແມ່ນການເປີດປະເທດຄືນເພື່ອຜ່ອນຄາຍຜົນກະທົບຕໍ່ເສດຖະກິດ, ໃນຂະນະທີ່ຮັບປະກັນວ່າເຊື້ອໄວຣັສຈະຖືກຄວບ ຄຸມໄດ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...