Homeຂ່າວທ້ອງຖິ່ນປະຊາກອນທົ່ວໂລກມີອັດຕາເພີ່ມຂຶ້ນ 7,2 ຕື້ຄົນ

ປະຊາກອນທົ່ວໂລກມີອັດຕາເພີ່ມຂຶ້ນ 7,2 ຕື້ຄົນ

Published on

ເວັບໄຊ worldpopulationreview ໄດ້ເປີດເຜີຍຜົນການສຳຫຼວດປະຊາກອນທົ່ວໂລກຂອງສຳນັກງານສຳນັກງານສຳຫຼວດສຳມະໂນຄົວປະຊາກອນຂອງ ສ.ອາເມລິກາ ໃນເດືອນ ມິຖຸນາ 2019 ສະແດງໃຫ້ເຫັນວ່າປະຊາກອນທົ່ວໂລກໃນປັດຈຸບັນມີຈຳນວນ 7,577,130,400 ຄົນ ເຊິ່ງເພີ່ມຂຶ້ນ 7,2 ຕື້ຄົນນັບຈາກປີ 2015 ໂດຍໄດ້ອີງໃສ່ຂໍ້ມູນສະຖູຕິຈາກອົງການສະຫະປະຊາຊາດທີ່ເປີດເຜີຍໃຫ້ເຫັນວ່າປະຊາກອນທົ່ວໂລກມີຫຼາຍເກີນ 7.7 ພັນລ້ານຄົນ.

ສປ ຈີນ ແມ່ນປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກ ໂດຍມີປະຊາກອນຫຼາຍເຖິງ 1.4 ພັນລ້ານຄົນ, ອິນເດຍ ເປັນປະເທດທີສອງ ເຊິ່ງສະຖິຕິໃນປີ 2018 ອິນເດຍມີປະຊາກອນຫຼາຍກວ່າ 1.355 ພັນລ້ານຄົນ ແລະ 11 ປະເທດທີ່ມີປະຊາກອນຫຼາຍທີ່ສຸດໃນໂລກແຕ່ລະປະເທດມີປະຊາກອນຫຼາຍກວ່າ 100 ລ້ານຄົນຄື: ສ.ອາເມລິກາ, ອິນໂດເນເຊຍ, ບາຊິນ, ປາກິສຖານ, ໄນຈີເຣຍ, ບັງກາລາເທດ, ຣັດເຊຍ, ເມັກຊິໂກ, ຍີ່ປຸ່ນ, ເອທິໂອເປຍ ແລະ ຟິລິບປິນ. ໃນບັນດາປະເທດດັ່ງກ່າວຄາດວ່າຈະມີການເຕີບໂຕຂອງປະຊາກອນຢ່າງຕໍ່ເນື່ອງຍົກເວັ້ນຣັດເຊຍ ແລະ ຍີ່ປຸ່ນ ເຊິ່ງເຫັນໄດ້ວ່າຈຳນວນປະຊາກອນຂອງທັງສອງປະເທດນີ້ມີອັດຕາຫຼຸດລົງພາຍໃນປະ 2030 ກ່ອນທີ່ຈະຫຼຸດລົງອີກຄັ້ງໃນປີ 2050.

ຈາກຂໍ້ມູນໃນປີ 2020 ສຳລັບປະເທດລາວ ມາຮອດປັດຈຸບັນ, ມີປະຊາກອນທັງໝົດ 7,307,331 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...