Homeຂ່າວທ້ອງຖິ່ນໂຄງການທາງດ່ວນວຽງຈັນ-ວັງວຽງມີຄວາມຄືບໜ້າຫຼາຍກວ່າ 90%

ໂຄງການທາງດ່ວນວຽງຈັນ-ວັງວຽງມີຄວາມຄືບໜ້າຫຼາຍກວ່າ 90%

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ຄາດວ່າຈະເປີດນຳໃຊ້ ໃນວັນທີ 02 ທັນວາ 2020 ນີ້.

ອີງຕາມຂໍ້ມູນຈາກກອງປະຊຸມພົບປະປຶກສາຫາລືລະຫວ່າງ ​​ທ່ານ ສະ​ເຫຼີມ​ໄຊ ກົມມະ​ສິດ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ, ກັບທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ໃນວັນ​ທີ 14 ຕຸລາ 2020 ທີ່ ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍກວ່າ 90,7% ແລະ ໂຄງການທາງດ່ວນວຽງຈັນ-ວັງວຽງ ແມ່ນມີຄວາມຄືບໜ້າຫຼາຍກວ່າ 90% ແລະ ຄາດວ່າ ຈະເປີດນຳໃຊ້ ໃນວັນທີ 02 ທັນວາ 2020 ນີ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...