Homeຂ່າວເຫດການຫາລື​ກຽມປັບປຸງ​ລັດຖະທຳ​ມະນູນ​ ສະບັບປັດຈຸບັນ

ຫາລື​ກຽມປັບປຸງ​ລັດຖະທຳ​ມະນູນ​ ສະບັບປັດຈຸບັນ

Published on

Untitled-1lao-3

 

ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 17 ເດືອນ​ຕຸລາ 2014 ນີ້​ ຢູ່​ຫ້ອງ​ປະຊຸມ​ສະພາ​ແຫ່ງ​ຊາດ ໄດ້​ຈັດ​ກອງ​ປະຊຸມຫາລື​ກຽມ​ປັບປຸງ​

ລັດ​ຖະ​ທຳ​ມະນູນ​ສະບັບ​ປີ 2003 ໂດຍ​ເປັນ​ປະທານ​ຂອງ​ທ່ານນາງ ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ປະທານ​ຄະ

ນະ​ກຳມະການ​ແຫ່ງ​ຊາດ ເພື່ອ​ປັບປຸງ​ລັດ​ຖະ​ທຳ​ມະນູນ ມີ​ທ່ານ ອາ​ຊາງ ລາວ​ລີ ຮອງ​ນາຍົກລັດຖະມົນຕີ ທ່ານ ສົມ​ພັນ

ແພງ​ຄຳ​ມີ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ມີ​ບັນດາ​ລັດຖະ​ມົນຕີ​ເຂົ້າ​ຮ່ວມ.

 

ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ກອງ​ປະຊຸມ​ປຶກສາ​ຫາລື ໄດ້​ແບ່ງ​ຄວາມ​ຮັບຜິດຊອບ ເພື່ອ​ກະກຽມ​ປັບປຸງ​ລັດ​ຖະ​ທຳ​

ມະນູນ​ສະບັບ​ປີ 2003 ໃຫ້​ບັນລຸ​ຜົນສຳເລັດ​ຕາມ​ຄາດໝາຍ ເພື່ອ​ປຸກລະດົມ​ທາບ​ທາມ ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ

ຈາກ​ບັນດາ​ການ​ນຳຢູ່​ສູນ​ກາງ ແລະ ຢູ່​ທ້ອງຖິ່ນ ລວມ​ທັງ​ພະນັກງານ​ວິຊາ​ການ ພະນັກງານ​ລັດຖະກອນ ແລະ ຊັ້ນ​ຄົນ​

ຕ່າງໆ​ ເຂົ້າ​ໃນ​ການ​ປັບປຸງ​ລັດ​ຖະ​ທຳ​ມະນູນ ໃຫ້​ມີ​ລັກສະນະ​ກວ້າງຂວາງ ມີ​ເນື້ອ​ໃນ​ອຸດົມສົມບູນ ແລະ ຄົບ​ຖ້ວນ.

 

ຜົນສຳເລັດ​ໃນ​ການ​ຫາລື​ຄັ້ງ​ນີ້ ແມ່ນ​ຈະ​ເປັນ​ພື້ນຖານ​ ໃນ​ການ​ສືບຕໍ່​ປັບປຸງ​ລັດ​ຖະ​ທຳ​ມະນູນ ແລະ ນຳ​ສະເໜີ​ຜ່ານ

​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ສູນ​ກາງ​ພັກ ​ໃນ​ເດືອນ​ພະຈິກ​ທີ່​ຈະ​ມາ​ເຖິງ​ນີ້.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...