Homeຂ່າວທ້ອງຖິ່ນກະຊວງການເງິນປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານຫຼາຍຕຳແໜ່ງ

ກະຊວງການເງິນປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານຫຼາຍຕຳແໜ່ງ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ພິທີປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານໄປຮັບໜ້າທີ່ໃໝ່ຂັ້ນພະແນກຂອງກົມກວດກາ, ກະຊວງການເງິນ ໄດ້ຈັດຂຶ້ນໃນວັນທີ 7 ຕຸລາຜ່ານມາ ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ .

ອີງຕາມຂໍ້ຕົກລົງສະບັບເລກທີ 2622/ກງ ລົງວັນທີ 1 ຕຸລາ 2020, ແຕ່ງຕັ້ງ ທ່ານ ທອງວອນ ເລືອງພິມມາ ຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ ເປັນຮອງຫົວໜ້າພະແນກກວດກາພັກ; ແຕ່ງ ຕັ້ງ ທ່ານ ປະຫວັດ ພິລາວົງ ຮອງຫົວໜ້າພະແນກກວດກາລັດ ເປັນຮອງຫົວໜ້າພະແນກກວດກາພັກ; ແຕ່ງຕັ້ງ ທ່ານ ສຸລິພອນ ເພັດໄຊສີ ຮອງຫົວໜ້າພະແນກກວດກາລັດ ເປັນຫົວໜ້າກວດກາລັດ; ແຕ່ງຕັ້ງ ທ່ານ ຄໍາຮັກ ວິວັນໄຊ ເປັນຮອງຫົວໜ້າພະແນກກວດກາລັດ, ແຕ່ງຕັ້ງ ທ່ານ ບຸນມາ ວໍລະສານ ຮອງຫົວໜ້າພະແນກຈັດຕັ້ງ ແລະ ບໍລິຫານ ເປັນຮອງຫົວໜ້າພະແນກກວດກາລັດ; ແຕ່ງຕັ້ງ ທ່ານ ສາຄອນ ພຸດທະພັນ ຮອງຫົວໜ້າພະແນກແກ້ໄຂຜົນການກວດກາ ເປັນຮອງຫົວໜ້າພະແນກກວດກາລັດ; ແຕ່ງຕັ້ງ ທ່ານ ຂັນຄໍາ ໄຊຍະວົງ ຫົວໜ້າພະແນກກວດກາລັດ ເປັນຮອງຫົວໜ້າພະ ແນກຕ້ານການສໍ້ລາດບັງຫຼວງ; ແຕ່ງຕັ້ງ ທ່ານ ບຸນປອນ ສີບຸນເຮືອງ ຫົວໜ້າກວດກາຕ້ານການສໍ້ລາດບັງຫຼວງ ເປັນຫົວໜ້າພະແນກແກ້ໄຂຜົນການກວດກາ; ແຕ່ງຕັ້ງ ທ່ານ ອິສອນ ສີນໍລະເພັດ ຮອງຫົວໜ້າພະແນກກວດກາພັກ ເປັນຮອງຫົວໜ້າພະແນກແກ້ໄຂຜົນການກວດກາ; ແຕ່ງຕັ້ງ ທ່ານ ສິນະຄອນ ສຸລິໂຍໄຊ ຮອງຫົວໜ້າພະແນກກວດກາລັດ ເປັນຮອງຫົວໜ້າພະແນກແກ້ໄຂຜົນການກວດກາ, ກົມກວດກາ, ກະຊວງການເງິນ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາຄິດເຫັນຕໍ່ສະມາຊິກພັກ – ພະນັກ ງານ, ໄດ້ເນັ້ນໃຫ້ສືບຕໍ່ການປະຕິບັດວຽກງານສູ້ຊົນສືບຕໍ່ປັບປຸງວຽກງານຂັ້ນຕໍ່ໄປໃຫ້ດີຂຶ້ນຕື່ມ, ສືບຕໍ່ແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງ ເພື່ອປັບປຸງກໍ່ສ້າງແກ້ໄຂບັນຫາປະຕິບັດວຽກງານໃຫ້ຊັດເຈນຂອງກົມກວດກາໃຫ້ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ, ຝຶກຝົນຫຼໍ່ຫອມຕົນເອງສືບຕໍ່ຮຽນຮູ້, ເອົາໃຈໃສ່ ຄວາມຮ່ວມມືໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃຫ້ກົມກຽວ ເພື່ອພ້ອມກັນກ້າວໜ້າປັບປຸງໃຫ້ວຽກງານມີລັກສະນະການຫັນປ່ຽນ ແລະ ໃຫ້ດີຂຶ້ນເລື້ອຍໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...