Homeຂ່າວທ້ອງຖິ່ນປະຊາຊົນເມືອງສອງຄອນເລັ່ງເກັບ ກ່ຽວຜົນຜະລິດທ່າມກາງລະດັບນໍ້າທີ່ເພີ່ມຂຶ້ນ

ປະຊາຊົນເມືອງສອງຄອນເລັ່ງເກັບ ກ່ຽວຜົນຜະລິດທ່າມກາງລະດັບນໍ້າທີ່ເພີ່ມຂຶ້ນ

Published on

ສືບເນື່ອງມາຈາກຮ່ອງຄວາມກົດດັນອາກາດຕໍ່າທີ່ພາດຜ່ານເຂດພາກໃຕ້ ເຊິ່ງເຮັດໃຫ້ມີຝົນຕົກ ນັບຕັ້ງແຕ່ວັນທີ 5 ຕຸລາ ເປັນຕົ້ນມາ ປັດຈຸບັນ, ລະດັບແມ່ນໍ້າເຊບັ້ງຫຽງ ເພີ່ມສູງຂຶ້ນເປັນ 15,25 ແມັດ ເຊິ່ງກາຍເຂດອັນຕະລາຍແລ້ວ ນໍ້າໄດ້ໄຫຼເຂົ້າຖ້ວມເຮືອນປະຊາຊົນ ລວມມເຖິງເນື້ອທີ່ນາຂອງປະຊາຊົນແລ້ວ 1 ພັນກວ່າເຮັກຕາ.

ຕາມການລາຍງານຂອງສື່ຂ່າວທ້ອງຖິ່ນໃຫ້ຮູ້ວ່າ ບ້ານໄດ້ຮັບຜົນກະທົບມີ: ບ້ານລະຫານ້ຳ,​ ບ້ານທ່າຂາມລຽນ,​ ບ້ານສອງຄອນ,​ ບ້ານດົງສະຫວ່າງ,​ ບ້ານແກ້ງໂດນ,​ ບ້ານຫົວຫາດ,​ ບ້ານພະແລັງ ແລະ ບ້ານ ທ່າຊະໂນ ສ່ວນຜົນເສຍ. ປະຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງພວມລົງພື້ນທີ່ເກັບກຳຕົວຈິງ ໃນລະເຂດ.

ສື່ທ້ອງຖິ່ນຍັງລາຍງານຕື່ມອີກວ່າ ໃນວັນທີ 11 ຕຸລາ 2020 ເຈົ້າຫນ້າທີ່ ຕຳຫຼວດ ຈາກກອງບັນຊາ ການ ປກສ ເມືອງສອງຄອນ ໄດ້ສົ່ງກຳລັງລົງພື້ນທີ່ຊ່ວຍເຫຼືອ ພໍ່ແມ່ປະຊາຊົນ ບ້ານລະຫານ້ຳ ໃນການເກັບກູ້ຜົນຜະລິດ ເນື້ອທີ່ນາເຂົ້າ ທີ່ສຸກແລ້ວ ໄປໄວ້ໃນເຂດທີ່ແຫ້ງ ແລະ ປອດໄພ.

ໃນເວລາ 16:00 ໂມງ ຂອງວັນທີ 8 ຕຸລາ 2020 ທີ່ຜ່ານມາ ທ່ານ ພັນເອກ ລຳພູນ ວໍລະວົງ ເຈົ້າເມືອງສອງຄອນ ພ້ອມດ້ວຍຄະນະກຳມະການຕ້ານໄພພິບັດຕ້ານແລ້ງ, ນໍ້າຖ້ວມຂັ້ນເມືອງ ໄດ້ລົງພື້ນທີ່ເປັນການຮີບດ່ວນ ແລະ ຕິດຕາມສະພາບລະດັບນໍ້າເຊບັ້ງຫຽງ ຢູ່ທີ່ສະຖານີລະຫານໍ້າ ເພື່ອວາງແຜນກະ ກຽມຄວາມພ້ອມເພື່ອຮັບມືແຕ່ຫົວທີກັບມວນນໍ້າເຊໂປນ, ເຊກອກ, ເຊລະນອງ, ເຊຈຳພອນ ແລະ ນໍ້າຈາກສາຍຫ້ວຍຕ່າງໆ ທີ່ໄຫຼລົງສູ່ແມ່ນນໍ້າເຊບັ້ງຫຽງ ເຊິ່ງອາດເຮັດໃຫ້ແມ່ນໍ້າເຊບັ້ງຫຽງໄຫຼລົ້ນຝັ່ງເຂົ້າຖ້ວມເຮືອນຊານ ແລະ ທີ່ນາຂອງປະຊາຊົນ.

ທ່ານ ເຈົ້າເມືອງສອງຄອນໄດ້ຊີ້ນຳໃຫ້ຄະນະກຳມະການທີ່ຖືກແຕ່ງຕັ້ງລວມທັງກຳລັງທະຫານ, ອຳນາດການປົກຄອງບ້ານ ຕ້ອງໄດ້ພັດປ່ຽນກັນປະຈຳການຕິດຕາມສະພາບລະດັບນໍ້າຢ່າງໃກ້ຊິດລວມທັງລາຍງານເປັນແຕ່ລະໄລຍະ. ພ້ອມນີ້ ດ້ານເຮືອຂົນສົ່ງ, ເຮືອອົບພະຍົບພໍ່ແມ່ປະຊາຊົນ ແລະ ສິ່ງຂອງຕ່າງໆກໍ່ໃຫ້ກຽມພ້ອມທຸກດ້ານກໍລະນີເກີດເຫດນໍ້າຖ້ວມຢ່າງໄວເພື່ອໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນຢ່າງທ່ວງທັນ. ທາງອຳນາດການປົກຄອງບ້ານກໍ່ໃຫ້ມີການປະກາດຂ່າວປ່າວເຕືອນໃຫ້ພໍ່ແມ່ປະຊາຊົນທີອາໄສຢູ່ລຸ່ມຕໍ່າລຽບຕາມສາຍເຊບັ້ງຫຽງ, ເຊຈຳພອນ ຜ່ານໂທລະໂຄ່ງຂອງບ້ານໃນແຕ່ລະວັນໃຫ້ມີສະຕິກຽມພ້ອມທຸກເວລາ.

ຂ່າວໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...