spot_img
Homeຂ່າວທ້ອງຖິ່ນເວທີເສວະນາລາຄາໄຟຟ້າ ສະເໜີ 7 ທາງເລືອກແກ່ພາກທີ່ຢູ່ອາໄສ

ເວທີເສວະນາລາຄາໄຟຟ້າ ສະເໜີ 7 ທາງເລືອກແກ່ພາກທີ່ຢູ່ອາໄສ

Published on

ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບ ຂະແໜງການກ່ຽວຂ້ອງຈັດກອງປະຊຸມເສວະນາ ເພື່ອຕອບຄໍາຖາມທີ່ສັງຄົມມີຄວາມສົນໃຈໃນໄລຍະຜ່ານມາ ກ່ຽວກັບວຽກງານໄຟຟ້າ, ການປັບປຸງໂຄງສ້າງ ແລະ ນະໂຍບາຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ – 19 ພ້ອມສະເໜີ 7 ທາງເລືອກໃຫ້ແກ່ພາກທີ່ຢູ່ອາໄສເພື່ອຫາລາຄາທີ່ເໝາະສົມ ສົ່ງເສີມໃຫ້ມີການນໍາໃຊ້ເຂົ້າໃນການດໍາເນີນທຸລະກິດພາຍໃນ.

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ວັນທີ 5 ຕຸລາ 2020 ທີ່ຫ້ອງປະຊຸມໃຫຍ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບຮ່າງບົດສຶກສາລາຄາໄຟຟ້າສະບັບປັບປຸງໃໝ່ (ແບບວົງກວ້າງ) ໂດຍການເຂົ້າຮ່ວມຂອງ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍສະພາແຫ່ງຊາດ.

ທ່ານ ຈັນສະແຫວງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຂຶ້ນຜ່ານບົດສັງລວມການປັບປຸງໂຄງສ້າງລາຄາໄຟຟ້າ 2021 – 2025 ໂດຍມີເນື້ອໃນບາງຕອນສະເໜີ 7 ທາງເລືອກແກ່ພາກທີ່ຢູ່ອາໄສວ່າ:

ທາງເລືອກທີ 1 ປະຕິບັດຕາມຫົວໜ່ວຍລາຄາໄຟປະເພດທີ່ຢູ່ອາໄສສະບັບເກົ່າ ທີ່ປະຕິບັດແຕ່ເດືອນກໍລະກົດ 2016 ເຖິງ ເມສາ 2019 ເຊິ່ງໄດ້ຈັດແບ່ງຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ຂັ້ນ ໂດຍບໍ່ປັບຂຶ້ນລາຄາໃໝ່.

ທາງເລືອກທີ 2 ໃຊ້ລາຄາດຽວເປັນເອກະພາບສໍາລັບທຸກຄົວເຮືອນ ດ້ວຍລາຄາ 710 ກີບ; ສໍາລັບຜູ້ທີ່ໃຊ້ໄຟຕໍ່າກວ່າ 150 kwh/ເດືອນ ແມ່ນຈະໄດ້ຈ່າຍ 355 ກີບ/kwh ສ່ວນຕ່າງແມ່ນລັດຖະບານດຸນດ່ຽງໃຫ້.

ທາງເລືອກທີ 3 ໃຊ້ລາຄາດຽວເປັນເອກະພາບສໍາລັບທຸກຄົວເຮືອດ້ວຍລາຄາ 710 ກີບ/kwh ແລະ ລັດຖະບານມີນະໂຍບາຍໃຫ້ປະຊາຊົນຜູ້ໃຊ້ໄຟຕໍ່າກວ່າ 100 kwh/ເດືອນ ໃນລາຄາ 355 ກີບ/kwh ແລະ ຜູ້ຊົມໃຊ້ໄຟໃນລະຫວ່າງ 101 – 200 kwh/ເດືອນ ໃນລາຄາ 532,5 ກີບ/kwh.

ທາງເລືອກທີ 4 ຈັດແບ່ງຜູ້ຊົມໃຊ້ເປັນ 3 ກຸ່ມ, ສໍາລັບຜູ້ທີ່ໃຊ້ໄຟ 0 – 200 kwh/ເດືອນ ຈະໄດ້ຈ່າຍລາຄາ 420 ກີບ/kwh ແລະ ສໍາລັບຜູ້ທີ່ໃຊ້ໄຟ 201 – 500 kwh/ເດືອນ ຈະໄດ້ຈ່າຍລາຄາ 630 ກີບ/kwh ແລະ ສໍາລັບຜູ້ທີ່ໃຊ້ໄຟຫຼາຍກວ່າ 500 kwh/ເດືອນ ເທົ່າກັບ 840 ກີບ/kwh.

ທາງເລືອກທີ 5 ຈັດແບ່ງປະເພດຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ກຸ່ມ ແຕ່ລາຄາດຽວຕາມການຊົມໃຊ້ປະລິມານຕົວຈິງ ຖືກຂັ້ນໃດກໍໃຫ້ຄູນລາຄາດຽວຂອງຂັ້ນນັ້ນເລີຍ.

ທາງເລືອກທີ 6 ຈັດແບ່ງປະເພດຜູ້ຊົມໃຊ້ປະເພດທີ່ຢູ່ອາໄສເປັນ 6 ຂັ້ນ ແຕ່ລາຄາດຽວຕາມການຊົມໃຊ້ປະລິມານຕົວຈິງ ຖືກຂັ້ນໃດກໍໃຫ້ຄູນລາຄາດຽວຂອງຂັ້ນນັ້ນເລີຍ ຄືກັບທາງເລືອກທີ 5 ພຽງແຕ່ຫຼຸດລາຄາລົງ 5%.

ທາງເລືອກທີ 7 ການຄິດໄລ່ປະສົມປະສານລະຫວ່າງຮູບແບບການດັດສົມສະເລ່ຍ ( Telescopic ) ແລະ ວິທີການມີຫຼາຍຂັ້ນຄິດໄລ່ແບບລາຄາດຽວ ( Non Telescopic ) ໝາຍຄວາມວ່າຜູ້ທີ່ຊົມໃຊ້ໄຟຕໍ່າກວ່າ 500 kwh ແມ່ນຄິດໄລ່ລາຄາແບບເກົ່າ, ສ່ວນຜູ້ຊົມໃຊ້ໄຟຫຼາຍກວ່າ 500 kwh ຂຶ້ນໄປ ແມ່ນນໍາໃຊ້ລາຄາສະເລ່ຍ 880 ກີບ/kwh.

ຂະນະດຽວກັນ, ທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສຄອຊ ໃຫ້ທັດສະນະວ່າ: ເວົ້າເລື່ອງໂຄງສ້າງລາຄາໄຟຟ້າຖືເປັນສິ່ງທີ່ສໍາຄັນທີ່ເປັນປັດໄຈເຮັດໃຫ້ລາຄາໄຟຟ້າສູງ ເຊິ່ງມັນກະທົບທັງໝົດຕໍ່ພາກທຸລະກິດ ໂດຍສະເພາະອຸດສາຫະກໍາທ່ອງທ່ຽວທັງຮ້ານອາຫານ, ໂຮງແຮມ, ຊາວກະສິກອນ. ດັ່ງນັ້ນ, ສິ່ງສໍາຄັນແມ່ນຕ້ອງຫາໂຄງສ້າງລາຄາ ຫຼື ບ່ອນອີງລາຄາທີ່ເໝາະສົມໃນການຄິດໄລ່ ແລະ ຫາກມີເວທີເສວະນາທີ່ລົງເລິກກວ່ານີ້ອີກຈະເປັນການດີ ເພື່ອໃຫ້ມີນັກຄົ້ນຄວ້າ, ນັກເສດຖະສາດ ມາວິເຄາະວິໄຈເຖິງສາເຫດຄັກແນ່. ແນວໃດກໍຕາມ, ເຊື່ອວ່າຫາກລາຄາໄຟຟ້າຍັງສູງແບບນີ້ ເຮັດແນວໃດຕົ້ນທຶນການຜະລິດຂອງພາກທຸລະກິດລາວກໍຍັງຈະສູງຢູ່.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...